ລັດເຊຍກຽມພ້ອມຮ່ວມມືກັບຝ່າຍຕາເວັນຕົກກ່ຽວກັບບັນຫາຢູແກຼນແຕ່ບໍ່ປ່ຽນຫຼັກໝັ້ນ
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov
(ພາບ: AFP/TTXVN)
(vovworld) - ວັນທີ 28/9, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ຕອບສຳພາດຕໍ່ວົງການສື່ມວນຊົນລັດເຊຍ ແລະ ຕ່າງປະເທດຢູ່ນະຄອນຫຼວງ ມົດສກູ ກ່ຽວກັບການພົວພັນລະຫວ່າງ ລັດເຊຍ ກັບ ຝ່າຍຕາເວັນຕົກ ແລະ ສະພາບການຢູ່ ຢູແກຼນ. ທ່ານ Sergei Lavrov ຖະແຫຼງວ່າ: ລັດເຊຍ ບໍ່ປ່ຽນແປງນະໂຍບາຍສຳລັບ ຢູແກຼນ ຕາມຄຳຮຽກຮ້ອງຂອງ ອາເມລິກາ ເພື່ອແທນໃຫ້ການລົບລ້າງຄຳສັ່ງລົງໂທດ. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ຢັ້ງຢືນວິວັດທະນາການສັນຕິພາບຢູ່ ຢູແກຼນ ພວມມີຄວາມຄືບໜ້າ, ຄວນໄດ້ຮັບການປຶກສາຫາລືກ່ຽວກັບມາດຕະການການເມືອງ. ການປະທະກັນຫລຸດຜ່ອນລົງພໍສົມຄວນ, ກຳລັງຂອງ 2 ຝ່າຍບໍ່ນຳໃຊ້ອາວຸດໜັກອີກ. ກ່ຽວກັບການພົວພັນກັບຝ່າຍຕາເວັນຕົກ, ທ່ານ Sergei Lavrov ຖືວ່າ: ຝ່າຍຕາເວັນຕົກຍັງບໍ່ທັນແກ້ໄຂບັນດາຈິນຕະນາການສົງຄາມເຢັນ ແລະ ຍັງຄົງຊອກຫາຂໍ້ຕົກລົງກັບ ລັດເຊຍ, ບໍ່ແມ່ນບົນພື້ນຖານຄວາມສະເໝີພາບ ຫາກພຽງແຕ່ຢາກມີຜົນປະໂຫຍດໃຫ້ສະເພາະຕົນເທົ່ານັ້ນ. ພິເສດແມ່ນເລື່ອງ ອາເມລິກາ ໄດ້ຖອນອອກຈາກສັນຍາປ້ອງກັນລູກສອນໄຟ ພຽງລຳພັງຝ່າຍດ່ຽວ, ນາໂຕສືບຕໍ່ເປີດກ້ວາງອອກສູ່ທາງທິດຕາເວັນອອກ ໂດຍບໍ່ຫົວຊາຕໍ່ຄຳໝັ້ນສັນຍາກ່ອນນັ້ນ. ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ: ໂລກ ຫຼາຍຂົ້ວ, ສ້າງຕັ້ງບັນດາສູນພັດທະນາໃໝ່ ແລະ ອາເມລິກາ ບໍ່ສາມາດແກ້ໄຂທຸກໆບັນຫາດ້ວຍຕົນເອງ.