ລັດເຊຍຈັບຕົວ7ເປົ້າໝາຍວາງກົນອຸບາຍກໍ່ການຮ້າຍໃນໂອກາດປີໃໝ່
(ພາບປະກອບ: EPA/TTXVN)
(vovworld) - ບັນດາອົງການປ້ອງກັນຄວາມສະຫງົບຂອງສະຫະພັນ ລັດເຊຍ ໄດ້ຈັບຕົວ 7 ເປົ້າໝາຍທີ່ຖືກສົງໄສວ່າພວມກະກຽມປະຕິບັດບັນດາເຫດກໍ່ການຮ້າຍໃນໂອກາດປີໃໝ່ 2017 ຢູ່ນະຄອນຫລວງ ມົດສະກູ. ບັນດາກົນອຸບາຍບຸກໂຈມຕີດັ່ງກ່າວ ຖືວ່າແມ່ນປະຕິບັດຕາມຄຳສັ່ງຂອງອົງການ “ລັດອິດສະລາມ” (IS) ອ້າງຊື່ເອງຢູ່ ຊີຣີ. ວັນທີ 29/12, ອົງການປ້ອງກັນຄວາມສະຫງົບແຫ່ງສະຫະພັນ ລັດເຊຍ (FSB) ຢັ້ງຢືນວ່າ ບັນດາອົງການປະຕິບັດງານພິເສດຂອງ FSB ໄດ້ຈັບຕົວບັນດາບຸກຄົນໃນກຸ່ມທີ່ຖືກສົງໄສນີ້ ຢູ່ ສ.Dagestan ຢູ່ທາງພາກເໜືອ Causasus. ບັນດາເປົ້າໝາຍດັ່ງກ່າວ ພວມວາງແຜນການບຸກໂຈມຕີແນໃສ່ບັນດາສະຖານທີ່ມີຄົນເຕົ້າໂຮມເປັນຈຳນວນຫລາຍ. ບັນດາເປົ້າໝາຍອິດສະລາມລຸກຮື້ຂຶ້ນຢູ່ Dagestan ເຄີຍບຸກໂຈມຕີຕຳຫລວດ ແລະ ບັນດາເຈົ້າໜ້າທີ່ເປັນປະຈຳ, ໃນນັ້ນ ມີບາງເປົ້າໝາຍໄດ້ສາບານຕົວຈົ່ງຮັກພັກດີກັບ IS.