ລັດເຊຍຖະແຫຼງວ່າຈະໂຕ້ຕອບບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກ
ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານ Lukashevic
|
(vovworld)- ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານ Lukashevic ໃຫ້ຮູ້ເມືອ່ວັນທີ 11/9 ວ່າ ບັນດາມາດຕະການລົງໂທດຂອງ ສະຫະພາບເອີລົບ EU ທີ່ມີຕໍ່ລັດເຊຍແມ່ນນະໂຍບາຍເປັນປໍລະປັກກັບລັດເຊຍ, ໄປຝືນກັບຜົນປະໂຫຍດ ຂອງສະຫະພາບເອີລົບ EU ນີ້ເອງ. ການນຳລັດເຊຍຂັ້ນຕ່າງໆຈະນຳໃຊ້ບັນດາມາດຕະການທີ່ເໝາະສົມ ແລະ ທຽບເທົ່າກັບ ບັນດາມາດຕະການລົງໂທດຂອງ ສະຫະພາບເອີລົບ EU.
ບັນດາມາດຕະການລົງໂທດດ້ານເສດຖະກິດໃໝ່ທີ່ແນໃສ່ລັດເຊຍ ແມ່ນມີຜົນບັງຄັບໃຊ້ນັບແຕ່ວັນທີ 12/9 ທີ່ຈະມາເຖິງ, ຕາມນັ້ນແລ້ວ ກໍເພີ່ມທະວີການຈຳກັດບັນດາບໍລິສັດ ແລະ ທະນາຄານຂອງລັດເຊຍສຳພັດກັບບັນດາຕະຫຼາດທຶນຂອງເອີລົບ, ຈຳກັດການສົ່ງອອກສິນຄ້າເຕັກໂນໂລຢີສູງບາງປະເພດໄປຍັງລັດເຊຍ, ປິດລ້ອມຊັບສົມບັດ ແລະ ຫ້າມການໄປມາສຳລັບເຈົ້າໜ້າທີ່ບາງທ່ານຂອງລັດເຊຍ. ແຕ່ບັນດານັກການທູດສະຫະພາບເອີລົບ EU ໃຫ້ຮູ້ວ່າ ຄຳສັ່ງລົງໂທດນີ້ ຈະຖືກລົບລ້າງຖ້າຫາກສະພາບການຢູ່ພາກຕາເວັນອອກຢູແກຼນໄດ້ຮັບການປົວແປງ.