ລັດເຊຍບໍ່ຮັບຮູ້ໝາກຜົນການສືບສວນກ່ຽວກັບຊີຣີນຳໃຊ້ອາວຸດເຄມີ
ຜູ້ປະສົບເຄາະຮ້າຍຈາການບຸກໂຈມຕີດ້ວຍແກັດ Clo
(ພາບ: Reuters)
(vovworld) – ວັນທີ 30/8, ທ່ານ Vitaly Churkin, ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ ໄດ້ຖະແຫຼງ ລັດເຊຍ ມີ “ບັນດາຄຳຖາມຢ່າງເຂັ້ມງວດທີ່ສຸດ” ກ່ຽວກັບການສືບສວນໂດຍ ສປຊ ນຳໜ້າ, ຕາມນັ້ນແລ້ວໄດ້ຊີ້ໃຫ້ເຫັນວ່າ: ອຳນາດການປົກຄອງ ຊີຣີ ໄດ້ນຳໃຊ້ອາວຸດເຄມີ, ແລະ ບໍ່ຍອມຮັບໝາກຜົນການສືບສວນນີ້. ກ່າວຄຳເຫັນພາຍຫຼັງການປະຊຸມລັບຂອງສະພາຄວາມໝັ້ນຄົງ ສປຊ ເພື່ອປຶກສາຫາລືກ່ຽວກັບບົດລາຍງານຂອງຄະນະກຳມະການສືບສວນ, ທ່ານ Churkin ໃຫ້ຮູ້ວ່າ: “ມີຄຳຖາມຕ້ອງໄດ້ເຮັດແຈ້ງກ່ອນທີ່ພວກເຮົາຍອມຮັບທຸກໆໝາກຜົນແຫ່ງການສືບສວນຂອງບົດລາຍງານ”. ກ່ອນໜ້ານັ້ນ, ຕາມບົດລາຍງານຮ່ວມຂອງ ສປຊ ແລະ ອົງການຕິດຕາມກວດກາອາວຸດເຄມີທົ່ວໂລກ (OPCW), ກອງທັບຂອງລັດຖະບານ ຊີຣີ ຕ້ອງຮັບຜິດຊອບກ່ຽວກັບ 2 ກໍລະນີບຸກໂຈມຕີດ້ວຍແກຼດ Clo ແນໃສ່ສາມັນຊົນໃນໄລຍະມໍ່ໆມານີ້. ເຖິງຢ່າງໃດກໍ່ຕາມ, ບັນດາກຳລັງຝ່າຍຄ້ານ ແລະ ກອງທັບລັດຖະບານ ຊີຣີ ເຄີຍຖິ້ມໂທດໃຫ້ກັນນຳໃຊ້ອາວຸດເຄມີໃນບັນດາການປະທະກັນ.