ລັດເຊຍພ້ອມແລ້ວຈະເຂົ້າຮ່ວມວິວັດການທຳລາຍອາວຸເຄມີຂອງຊີຣີ
ທ່ານລັດຖະມົນຕີກະຊວງປ້ອງກັນຊາດລັດເຊຍ Sergei Shoigu
(ພາບ:internet)
|
(Vovworld-) ທ່ານລັດຖະມົນຕີກະຊວງປ້ອງກັນຊາດລັດເຊຍ Sergei Shoigu ໃຫ້ຮູ້ເມື່ອວັນທີ 19/9 ວ່າ : ລັດເຊຍກຽມພ້ອມເຂົ້າຮ່ວມວິວັດການທຳລາຍອາວຸເຄມີຂອງອຳນາດການປົກຄອງປະທານາທິບໍດີຊີຣີ Bashar Al- Assad ຕາມຂໍ້ຕົກລົງລະຫວ່າງລັດເຊຍ-ອາເມລິກາທີ່ຫາກໍບັນລຸມາໄດ້. ທ່ານລັດຖະມົນຕີກະຊວງປ້ອງກັນຊາດລັດເຊຍ Sergei Shoigu ຊີ້ແຈ້ງວ່າ ລັດເຊຍພ້ອມແລ້ວທີ່ຈະແຕ່ງຕັ້ງບັນດາຜູ້ຊ່ຽວຊານດ້ານ ອາວຸເຄມີໄປຍັງຊີຣີ ກໍຄືບັນດາກຳລັງປະກອບອາວຸດລັດເຊຍພ້ອມແລ້ວຈະເຂົ້າຮ່ວມວິວັດການຂົນສົ່ງຫຼືທຳລາຍອາວຸເຄມີຂອງຊີຣີ. ແຕ່ເມື່ອຖືກຖາມວ່າ : ມົດສະກູຈະມີແຜນການທຳລາຍສາງອາວຸເຄມີຂອງຊີຣີບົນດິນແດນລັດເຊຍຫຼືບໍ່ ? ທ່ານລັດຖະມົນຕີກະຊວງປ້ອງກັນຊາດລັດເຊຍ Sergei Shoigu ໃຫ້ຮູ້ວ່າ ບໍ່ມີຄຳຕັດສິນໃດເຊັ່ນນັ້ນ, ແຕ່ທ່ານກໍຢັນຢັນວ່າ : ບັນດາໂຮງງານຂອງລັດເຊຍມີຄວາມສາມາດທຳລາຍບັນດາປະເພດອາວຸເຄມີໄດ້. ໃນຂະນະນັ້ນ, ອົງການເກືອດຫ້າມອາວຸເຄມີ OPCW ໃຫ້ຮູ້ໃນວັນດຽວກັນວ່າ ປະຈຸບັນ ອົງການເກືອດຫ້າມອາວຸເຄມີ OPCW ຍັງບໍ່ທັນກຳນົດຈຸດເວລາລະອຽດເພື່ອຄົ້ນຄ້ວາແຜນການທຳລາຍສາງອາວຸເຄມີຂອງຊີຣີຍ້ອນຮ່າງແຜນ ການຍັງພວມຖືກນຳມາປຶກສາຫາລືຢູ່.