ລັດເຊຍພ້ອມແລ້ວທີ່ຈະຮ່ວມມືກັບປະທານາທິບໍດີອາເມລິກາໃນອາຍຸການ2017-2020
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov
(ພາບ: AFP/TTXVN)
(vovworld) - ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 17/08 ຢູ່ ມົດສະກູ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ເນັ້ນໜັກວ່າ: ລັດເຊຍ ບໍ່ຈຳແນກການປະພຶດ, ເຖິງວ່າ ຜູ້ໄດ້ຮັບການເລືອກຕັ້ງຈາກຜູ້ມີສິດເລືອກຕັ້ງເປັນປະທານາທິບໍດີ ຈະແມ່ນຜູ້ໃດ ແລະ ຂຶ້ນກັບພັກຝ່າຍໃດກໍ່ຕາມ. ທ່ານ Sergey Lavrov ຢືນຢັນວ່າ: ລັດເຊຍ ຈະບໍ່ເຂົ້າແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນໆ ກໍ່ຄືນະໂຍບາຍຂອງພັກ ຫຼື ກຸ່ມການເມືອງໃນບັນດາບັ້ນຫາສຽງເລືອກຕັ້ງ.
ພັກປະຊາທິປະໄຕ ແລະ ພັກສາທາລະນະ ຢູ່ ອາເມລິກາ ໄດ້ເລືອກເຟັ້ນຜູ້ທີ່ຕາງໜ້າໃຫ້ພັກຂອງຕົນໃນການຊ່ວງເສັງເຂົ້າທຳນຽບຂາວ ໃນເດືອນພະຈິກຈະມາເຖິງ, ຕາມລຳດັບແມ່ນທ່ານນາງອະດີດລັດຖະມົນຕີການຕ່າງປະເທດ, ອະດີດພັນລະຍາ Hallary Clinton ແລະ ເສດຖີເງິນຕື້ Donald Trump.
ການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ຖືກຕົກຢູ່ໃນໄລຍະເຄັ່ງຕຶງທີ່ສຸດເມື່ອປີ 2014 ນັບແຕ່ພາຍຫລັງສົງຄາມເຢັນ, ພາຍຫລັງແຫຼມ Crimea ຖືກໂຮມເຂົ້າ ລັດເຊຍ ແລະ 2 ຝ່າຍໄດ້ເກີດບັນດາຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງວິກິດການຢູ່ພາກຕາເວັນອອກ ຢູແກຼນ.