ລັດເຊຍມີຫຼັກຖານກ່ຽວກັບເລື່ອງຕວກກີນຳທະຫານເຂົ້າຜຶນແຜ່ນດິນຂອງຊີຣີ

ລັດເຊຍມີຫຼັກຖານກ່ຽວກັບເລື່ອງຕວກກີນຳທະຫານເຂົ້າຜຶນແຜ່ນດິນຂອງຊີຣີ - ảnh 1
ທ່ານ Sergei Lavrov ລັດຖະມົນຕີ​​ການ​ຕ່າງປະ​ເທດ ລັດ​ເຊຍ
(ພາບ: Reuters)

(vovworld) – ​ “ລັດ​ເຊຍ​ ມີຫຼັກ​ຖານ​ກ່ຽວ​ກັບ​​ເລື່ອງ​ ຕວກກີ​ ນຳ​ທະຫານ​ເຂົ້າ​​ຜຶນ​ແຜນ​ດິນ ຊີຣີ” ນັ້ນ​ແມ່ນ​ຄຳ​ຖະ​ແຫຼ​ງຂອງທ່ານ Sergei Lavrov ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໃນ​ຊອງ​ໂທລະພາບ ລັດ​ເຊຍ REN TV ວັນ​ທີ 13/03. ທ່ານ Sergei Lavrov ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ຕຳ​ໜິຕິຕຽນ ຕວກກີ ຊອກ​ຫາ​ວິທີ​ສົ່ງທະຫານ​​ຜ່ານ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍ, ພ້ອມ​ທັງ ​ໃຫ້​ຮູ້​ວ່າ: ພົນທະຫານ​ປະ​ເທດ​ນີ້ ພວມ​ແຊກ​ຊຶມ​​ເຂົ້າ​ຜຶນ​ແຜນ​ດິນປະ​ເທດ​ບ້ານ​ໃຫ້​ເຮືອນ​ຄຽງ ຊີຣີ ນັບຮ້ອຍ​ແມັດ. ຄຳ​ຖະ​ແຫຼ​ງນີ້ ​ໄດ້​ຮັບຖື​ວ່າແມ່ນການ​ກະທຳ​ໃໝ່​ສຸດ ​ສະ​ແດງໃຫ້​ເຫັ​ນການ​ພົວພັນ​ທີ່ເຄັ່ງ​ຕຶງລະຫວ່າງ ລັດ​ເຊຍ ​ແລະ ຕວກກີ ຍັງ​ບໍ່​ທັນ​ຫລຸດ​ລົງ ນັບ​ແຕ່​​ພາຍຫລັງ ຕວກກີ ຍິງ​ເຮືອບິນ​ຂອງ ລັດ​ເຊຍ ຕົກ​ຢູ່​ຊາຍ​ແດນ ຕວດ​ກີ - ຊີຣີ ​ເມື່ອ​ເດືອນ 11 ປີ 2015. ​ໃນ​ຄຳ​ຖະ​ແຫຼ​ງຂອງ​ຕົນ ທ່ານ Sergei Lavrov ກໍ່​ຢືນຢັນ​ວ່າ ລັດ​ເຊຍ ຈະ​​ເດັດດ່ຽວຮຽກຮ້ອງສະຫະ​ປະຊາ​ຊາດ​ເຊີນ​ຜູ້ຕາງໜ້າ​ຊາວ Kurd ​ເຂົ້າ​ຮ່ວມການ​ເຈລະຈາ​ສັນຕິພາບ​ ​ເພື່ອແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຊີຣີ, ​ໂດຍ​ບໍ່​ຫົວຊາ​ການ​ຄັດຄ້ານຂອງ ຕວກກີ.


ຂ່າວ/ບົດ​ອື່ນ