ລັດເຊຍຢືນຢັນຄວາມປາດຖະໜາຢາກເຈລະຈາກັບອີຢູ
ທ່ານ Dmitry Peskov, ໂຄສົກຂອງ ປະທານາທິບໍດີ ລັດເຊຍ
(ພາບ: baodatviet.vn)
(vovworld) – ວັນທີ 30/5, ທ່ານ Dmitry Peskov, ໂຄສົກຂອງ ປະທານາທິບໍດີ ລັດເຊຍ ໄດ້ຮັບຮອງວ່າຂໍ້ມູນຂ່າວຂອງສຳນັກຂ່າວສານ Reuters (ປະເທດ ອັງກິດ) ໃຫ້ຮູ້: ທ່ານປະທານຄະນະກຳມະການ ເອີລົບ Jean Claude Juncker ຈະເຂົ້າຮ່ວມເວທີປາໄສເສດຖະກິດໂລກ Saint Peterburg ເຊິ່ງຈະດຳເນີນໃນລຫວ່າງວັນທີ 16 – 18/6 ຕາມຄຳເຊື້ອເຊີນຂອງຝ່າຍ ລັດເຊຍ. ທ່ານ Peskov ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Vladimir Putin ແລະ ທ່ານປະທານຄະນະກຳມະການ ເອີລົບ Jean Claude Juncker ຄາດວ່າຈະມີການພົບປະສະເພາະຢູ່ນອກເວທີປາໄສເສດຖະກິດສາກົນ Saint Peterburg. ທ່ານ Peskov ປະກາດ ລັດເຊຍ ຊົມເຊີຍຂໍ້ຕົກລົງ ເຂົ້າຮ່ວມເວທີປາໄສ ເສດຖະກິດສາກົນ Saint Peterburg ຂອງທ່ານ Juncker, ພ້ອມທັງຊີ້ແຈ້ງວ່າ: ທ່ານປະທານາທິບໍດີ Vladimir Putin ໄດ້ສະແດງຄວາມປາດຖະໜາຢາກເຈລະຈາກັບສະຫະພາບ ເອີລົບ (EU) ຫຼາຍເທື່ອແລ້ວ. ເຖິງຢ່າງໃດກໍ່ຕາມ, ໂຄສົກຂອງປະທານາທິບໍດີ
ລັດເຊຍ ເນັ້ນໜັກວ່າ: ເພື່ອຟື້ນຟູການພົວພັນລະຫວ່າງ 2 ຝ່າຍແມ່ນຈຳເປັນຕ້ອງມີເວລາເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນລະຫວ່າງ 2 ຝ່າຍ, ຄວາມບໍ່ລົງລອຍກັນຕ້ອງໄດ້ຮັບການເຈລະຈາ ຫາກບໍ່ແມ່ນລົງໂທດເຊິ່ງກັນ ແລະ ກັນ.