ລັດເຊຍລະແວງສົງໄສລັກສະນະຖືກຕ້ອງຕາມກົດໝາຍຂອງກົງຈັກການນຳຊົ່ວຄາວຂອງຢູແກຼນ

ລັດເຊຍລະແວງສົງໄສລັກສະນະຖືກຕ້ອງຕາມກົດໝາຍຂອງກົງຈັກການນຳຊົ່ວຄາວຂອງຢູແກຼນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ລັ​ດ​ເຊຍ Dmitry Medvedev
(ພາບປະກອບ)


(​vovworld) – ວັນ​ທີ 24/2, ທ່ານ​ນາຍົກລັດຖະມົນຕີ ລັ​ດ​ເຊຍ Dmitry Medvedev ​ໄດ້​ສະ​ແດງ​ຄວາມ​ລະ​ແວງ​ສົງ​​ໄສ​ຕໍ່​ລັກ​ສະ​ນະ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ກົງຈັກ​ການ​ນຳ​ໃນ​ປະຈຸ​ບັນ​ຂອງ ຢູ​ແກຼນ ພາຍຫຼັງ​ທ່ານ​ປະທານາທິບໍດີ Vikto Yanukovyck ຖືກ​ໂຄ່ນ​ລົ້​ມ ​ແລະ ຖື​ວ່າ​ເລື່ອງ​ບາງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຮັບ​ຮູ້​ກົງຈັກ​ການ​ນຳ​ນີ້​ແມ່ນ “ຜິດ​ພາດ” ນັ້ນ. ທ່ານ​ນາຍົກລັດຖະມົນຕີ ລັ​ດ​ເຊຍ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ທ່ານ​ບໍ່​ທັນ​ກຽ​ມພ້ອມ​​ເຮັດວຽກ​ກັບທ່ານ Alexandre Turchinov, ຜູ້​ທີ່ຫາ​ກໍ່​ຮັບ​ຕຳ​ແໜ່​ງປະທານາທິບໍດີແທນ​ໃຫ້​​ທ່ານ​ Vikto Yanukovyck ຈາກ​ອົງການ​ນິຕິບັນຍັດ ຢູ​ແກຼນ. ທ່ານ Medvedev ກໍ່​ຖື​ວ່າ “​ມີໄພ​ນາບ​ຂູ່ຢ່າງ​ແທ້​ຈິງ​” ສຳລັບ​ບັນດາ​ຜົນ​ປະ​ໂຫຍດ ​ແລະ ຊີວິດ​ອີນຊີ​ຂອງພົນລະ​ເມືອງ ຢູ​ແກຼນ.

    ​ເມື່ອ​ເຕື້ອງ​ເຖິງ​ບັນດາ​ຂໍ້​ຕົກລົງ​ອາຍ​ແກຼດລະຫວ່າງ ລັດ​ເຊຍ ​ແລະ ຢູ​ແກຼນ, ທ່ານ​ນາຍົກລັດຖະມົນຕີ Medvedev ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ຕໍ່​ກຳນົ​ດ​ເວລາ​ໃຫ້​ບໍ່​ວ່າ​ຂໍ້​ຕົກລົງ​ໃດໆ ກໍ່ລ້ວນ​ແຕ່​ໄດ້​ຮັບ​ການ​ປຶກສາ​ຫາລື​ລະຫວ່າງ​ບັນ​ດາ​ບໍລິສັດ​ຂອງ ຢູ​ແກຼນ ​ແລະ ລັດຖະບານ. ສຳນັກ​ຂ່າວສານ Interfax ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ Medvedev ​ໂດຍ​ຊີ້​ແຈ້ງ​ວ່າ: “ພວກ​ຂ້າພະ​ເຈົ້າ​ບໍ່​ເຮັດ​ວຽກ​ຮ່ວມກັບ​ບຸກຄົນ. ນີ້​ແມ່ນ​ບັນຫາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ”.

ຂ່າວ/ບົດ​ອື່ນ