ລັດ​ເຊຍຫຼຸດ​​ປະ​ລິ​ມານ​ການ​ຂຸດ​ຄົ້ນ​ນ້ຳ​ມັນ 500.000 ຖັງ/ວັນ

(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານຮອງນາຍົກລັດຖະມົນຕີ Alexander Novak ໄດ້ເນັ້ນໜັກວ່າ ລັດເຊຍ ໄດ້ວາງເປົ້າໝາຍຫຼຸດປະລິມານຂຸດຄົ້ນດັ່ງກ່າວ ນັບແຕ່ປັດຈຸບັນຈົດຮອດທ້າຍປີ 2023.
ລັດ​ເຊຍຫຼຸດ​​ປະ​ລິ​ມານ​ການ​ຂຸດ​ຄົ້ນ​ນ້ຳ​ມັນ 500.000 ຖັງ/ວັນ - ảnh 1ພາບປະກອບ: AFP/TTXVN

ວັນທີ 4 ພຶດສະພາ, ຢູ່ມົດສະກູ, ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Alexander Novak ໄດ້ປະກາດວ່າ ປະເທດນີ້ ພວມຫຼຸດປະລິມານຂຸດຄົ້ນນ້ຳມັນ 500.000 ຖັງ/ວັນ ເມື່ອທຽບໃສ່ກັບທຸກວັນຂອງເດືອນກຸມພາປີນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານຮອງນາຍົກລັດຖະມົນຕີ Alexander Novak ໄດ້ເນັ້ນໜັກວ່າ ລັດເຊຍ ໄດ້ວາງເປົ້າໝາຍຫຼຸດປະລິມານຂຸດຄົ້ນດັ່ງກ່າວ ນັບແຕ່ປັດຈຸບັນຈົດຮອດທ້າຍປີ 2023. ການຕິດຕາມການເຄື່ອນໄຫວນີ້ ໂດຍບັນດາແຫຼ່ງເອກະລາດດຳເນີນ. ມົດສະກູ ຢັ້ງຢືນວ່າ ຈະປະຕິບັດລະດັບຫຼຸດປະມິມານນ້ຳມັນທີ່ໄດ້ວາງອອກຢ່າງຄົບຖ້ວນ ດ້ວຍຄວາມສະໝັກໃຈ.

ກ່ອນໜ້ານັ້ນໃນວັນທີ 3 ພຶດສະພາ, ເປັນຄັ້ງທຳອິດ ລາຄານ້ຳມັນດິບ Brent ໄດ້ຫຼຸດລົງເຫຼືອພຽງ 75 USD/ຖັງ ນັບແຕ່ວັນທີ 27 ມີນາປີນີ້. ໃນຂະນະນັ້ນ, ລາຄານ້ຳມັນ WTI ທີ່ຈະມອບໃນເດືອນມິຖຸນາ ຈະຫຼຸດ 1% ລົງເຫຼືອພຽງ 70,94 USD/ຖັງ. ກ່ອນໜ້ານັ້ນ, ທ່ານ Ivan Timonin ທີ່ປຶກສາຂອງບໍລິສັດ Vygon Consulting ໄດ້ໃຫ້ຂໍ້ສັງເກດວ່າ ໃນປີ 2023, ຄວາມຕ້ອງການນ້ຳມັນອາດຈະເພີ່ມຂຶ້ນຕື່ມອີກ 1,5 ລ້ານຖັງ/ວັນ ເມື່ອທຽບໃສ່ກັບລະດັບໄດ້ຮັບຮູ້ໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ