ລັດເຊຍ,ອາເມລິກາປາດຖະໜາຢາກສ້າງການພົວພັນຄູ່ຮ່ວມມື

ລັດເຊຍ,ອາເມລິກາປາດຖະໜາຢາກສ້າງການພົວພັນຄູ່ຮ່ວມມື - ảnh 1
(ພາບ​ປະ​ກອ​ບ: EPA/TTXVN)

(vovworld) - ​​​​ວັນ​ທີ 30/03, ສຳ​ນັກ​ຂ່າວ​ສານ TASS ຂອງ​ລັດ​ເຊຍ ໄດ້​ຄັດ​ຄຳປາ​ໄສ​ຂອງ​ຜູ້​ຕາງ​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໂດຍ​ຢືນ​ຢັນ​ວ່າ ​ວໍ​ສິງ​ຕັນ ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມື​ກັບ​ມົດ​ສະ​ກູ ໃນ​ບັນ​ດາ​ຂົງ​ເຂດ​ຕົວ​ຈິງ ແລະ ມີ​ຜົນ​ປະ​ໂຫຍດ​ສຳ​ລັບ​ປະ​ຊາ​ຊົນ​ອາ​ເມ​ລິ​ກາ, ພ້ອມ​ທັງ​​ເດັດ​ດຽວປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ສຳ​ພັນ​ທະ​ມິດ. ຜູ້​ຕາງ​ໜ້າ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໄດ້​ຢ້ຳ​ຄືນ​ຄຳ​ກ່າວ​ປາ​ໄສ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Rex Tillerson ໃນ​ການ​ພົບ​ປະ​ຫວ່າງ​ແລ້ວນີ້​ຢູ່​ເຢຍ​ລະ​ມັນ ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ລັດ​ເຊຍ Sergei Lavrov ວ່າ, ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ລັດ​ເຊຍ ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຜົນ​ປະ​ໂຫຍດ​ຕໍ່​ປະ​ຊ​າ​ຊົນ​ອາ​ເມ​ລິ​ກາ. ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ຍັງ​ມີ​ຄວາມບໍ່​ລົງ​ລອຍ​ກັນ, ​ຜູ້​ຕາງ​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ຖະ​ແຫຼງວ່າ, ປະ​ເທດນີ້​ຈ​ະ​ປົກ​ປ້ອງ​​ຜົນ​ປະ​ໂຫຍດ ແລະ ບັນ​ດາ​ຄຸນ​ຄ່າ​ຂອງ​ອາ​ເມ​ລິ​ກາ ກ​ໍ​ຄື​ບັນ​ດາ​ສຳ​ພັນ​ທະ​ມິດ ແລະ ຄູ່​ຮ່ວມ​ມື​ຂອງ​ປະ​ເທດນີ້.

        ກອນ​ໜ້ານັ້ນໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສຂົ້ວ​ໂລກ​ເໜືອ​ສາ​ກົນ​ຄັ້ງ​ທີ 4 ​ທີ່ພວມ​ດຳ​ເນີນ​ຢູ່​ນະ​ຄອນ Arkhangelsk, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ຖະ​ແຫຼງວ່າ, ລັດ​ເຊຍ ປາດ​ຖະ​ໜາ​ຢາກ​ສ້າງ​ການ​ພົວ​ພັນ​ຄ່​ູ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ.

ຕອບກັບ

ຂ່າວ/ບົດ​ອື່ນ