(ພາບປະກອບ / AFP/TTXVN)
(vovworld) - ວັນທີ 15/12, ສຳນັກຂ່າວສານ TASS ຂອງ ລັດເຊຍ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Sergei Ryabkov ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ລັດເຊຍ ແລະ ອາເມລິກາ ໄດ້ໂຈະບັນດາການເຈລະຈາທີ່ພວມໄດ້ຮັບການສົ່ງເສີມ ເພື່ອແນໃສ່ແກ້ໄຂວິກິດການຢູ່ນະຄອນ Aleppoຂອງ ຊີຣີ. ແຈ້ງການດັ່ງກ່າວໄດ້ຍົກອອກມາ ເມື່ອສື່ມວນຊົນຝ່າຍຕາເວັນຕົກ ຮັບຮູ້ວ່າ ຢ່າງໜ້ອຍສຸດມີລົດເມ 17 ຄັນ ແລະ ລົດພະຍາບານ 10 ຄັນ ໄດ້ອອກໄປຈາກເຂດຖືກພວກກະບົດຢຶດຄອງຂອງນະຄອນນີ້, ຜູ້ຄົນຖືກຍົກຍ້າຍ ປຽບເໝືອນແມ່ນສ່ວນໜຶ່ງຂອງຂໍ້ຕົກລົງຢຸດຍິງ. ເຈົ້າໜ້າທີ່ຂອງອົງການອະນາໄມໂລກ (WHO) ທ່ານໜຶ່ງໃຫ້ຮູ້ວ່າ: ອົງການນີ້ຈະໜູນຊ່ວຍຄະນະກຳມະການກາແດງສາກົນ ແລະ ອົງການກາຊີກວົງເດືອນແດງ Arab ຢູ່ ຊີຣີ ຍົກຍ້າຍຜູ້ຖືກບາດເຈັບອອກຈາກເຂດປະທະກັນນີ້.