ລັດເຊຍຮຽກຮ້ອງຖື ຜົນປະໂຫຍດຂອງ ປຊຊ ຢູແກຼນເໜືອກ່ວາ ບັນດາຜົນປະໂຫຍດ ດ້ານການເມືອງ


ລັດເຊຍຮຽກຮ້ອງຖື ຜົນປະໂຫຍດຂອງ ປຊຊ ຢູແກຼນເໜືອກ່ວາ ບັນດາຜົນປະໂຫຍດ ດ້ານການເມືອງ - ảnh 1

ການ​ໃຊ້​ຄວາມ​ຮຸນ​ແຮງຢູ່ Crimea -ຢູ​ແກຼນ

(ພາບ :ອິນ​ເຕີແນັດ)

(vovworld)- ລັດ​ເຊຍ​ ຮຽກຮ້ອງ​ປະ​ເທດ​ຕ່າງໆ​ຈົ່ວ​ຖື​ຜົນ​ປະ​ໂຫຍ​ດຂອງ ປຊຊ ຢູ​ແກຼນ ເໜືອກ່ວາ​ບັນດາ​ຜົນ​ປະ​ໂຫຍ​ດດ້ານ​ການ​ເມືອງ. ທ່ານ Sergei Lavrov ລັດຖະມົນ​ນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໄດ້​ປະກາດ​ຄື​ດັ່ງ​ກ່າວ​ທີ່​ວາລະ​ປະຊຸມ​ຄັ້ງທີ 25 ສະພາ​ສິດທິ​ມະນຸດ ສປຊ ​ເມື່ອ​ວັນ​ທີ 3/3. ທ່ານ Sergei Lavrov ​ເນັ້ນໜັກ​ວ່າ: ຕ້ອງ​ຮັບປະກັນ​ການ​ປະຕິບັດ​ບັນ​ດາ​ຄຳໝັ້ນສັນຍາ​ໃນ​ຂໍ້​ຕົກລົງທີ່​ໄດ້​ເຊັນກັນ​ເມື່ອ​ວັນ​ທີ 21/2 ລະຫວ່າງ​ປະທານາທິບໍດີ Viktor Yanukovych ກັບ​ການ​ນຳ​ຝ່າຍ​ຄ້ານ, ລວມທັງວິວັດ​ການ​ປະຕິ​ຮູ​ບລັດຖະທຳ​ມະນູນ​ທີ່​ມີ​ການ​ເຂົ້າຮ່ວມ ​ແລະ ຄິດ​ໄລ່​ເຖິງ​ຄຳ​ເຫັນ​ຂອງ​ທຸກໆ​ຂົງ​ເຂດ​ຂອງ​ຢູ​ແກຼນ ​ເພື່ອ​ວ່າຫຼັງ​ຈາກ​ນັ້ນຈະ​ນຳ​ໄປ​ລົງປະຊາ​ມະຕິ​ໃນ​ທົ່ວ​ປະ​ເທດ​ຢູ​ແກຼນ.

   ​ໃນ​ວັນ​ດຽວ​ກັນ, ສະພາ​ສະຫະພັນ​ລັດ​ເຊຍ​ ໄດ້​ສະ​ເໜີ​ປະທານາທິບໍດີ Putin ຮຽກ​ຕົວ​ທ່ານ​​ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ ປະຈຳ​ອາ​ເມ​ລິ​ກາ ​ກັບ​ເມືອ​ປະ​ເທດ ​ເພື່ອ​ແນ​ໃສ່​ຄັດ​ຄ້ານ​ຄຳ​ປະກາດ​ຂອງ​ອາ​ເມ​ລິ​ກາ​ ກ່ຽວ​ກັບ​ນະ​ໂຍບາຍຂອງ​ລັດ​ເຊຍ ​ທີ່​ມີ​ຕໍ່​ຢູ​ແກຼນ. ທ່ານລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ກໍ່​ປະກາດ​ວ່າ: ອາ​ເມ​ລິ​ກາ ​ບໍ່​ຢາກ​ກັບ​ຄືນ​ສູ່​ການ​ພົວພັນ​ໄລຍະ​ສົງຄາມ​ເຢັນ​ກັບ​ລັດ​ເຊຍ ຍ້ອນ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ສະພາບ​ການ​ຢູ​ແກຼນ.

   ກ່ຽວ​ກັບ​ສະພາບ​ການ​ຢູ່​ຢູ​ແກຼນ, ວັນ​ທີ 4/3, ຢູ່​ນະຄອນຫຼວງ Kiev, ທ່ານ​ນາຍົກລັດຖະມົນຕີຢູ​ແກຼນ Arseiy Yatsenyuk ​ໄດ້​ຈັດ​ການ​ພົບ​ປະ​ສ້າງສັນ​ກັບ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດກ່ວາ 600 ຄົນ ​ເພື່ອ​ຕອບ​ຄຳ​ຖາມ​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ​ຢູ່​ຢູ​ແກຼນ​ ໃນ​ສະພາບ​ການ​ທີ່​ປະ​ເທດ​ນີ້​ຕົກ​ເຂົ້າສູ່​ວິ​ກິດ​ການ​ດ້ານ​ການ​ເມືອງ​ຢ່າງ​ຮ້າຍ​ແຮງ. ທ່ານ​ນາຍົກລັດຖະມົນຕີຢູ​ແກຼນ Arseiy Yatsenyuk ​ໃຫ້​ຮູ້​ວ່າ: ລັດຖະບານ​ປະ​ເທດ​ນີ້​ຍອມຮັບ​ທຸກໆ​ຄຳ​ຮຽກຮ້ອງ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ, ລະ​ດຽດຄື: ​ເພີ່ມ​ອັດຕາ​ພາສີ​ນຳ​ເຂົ້າອາຍ​ແກ​ດ​ເພື່ອ​ແລກ​ເອົາ​ການ​ໜູນ​ຊ່ວຍ.

   ​ໃນ​ຂະນະ​ນັ້ນ, ວັນ​ທີ 4/3, ຢູ່ Odessa ຊື່​ງ​ແມ່ນ​​ແຂວງ​ໃຕ້​ສຸດ ​ແລະ ​ໃຫ່ຍກ່ວາ​ໝູ່​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຢູ​ແກຼນ, ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ປະມານ 3000 ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ສຳນັກງານ​ຄະນະ​ກຳມະການ​ປົກຄອງ​ແຂວງ, ຮຽກຮ້ອງ​ການ​ສະໜັບສະໜູນ​ເລື່ອງ​ສະຫະພັນ ​ແລະ ​ບໍ່​ຮັບ​ຮູ້​ອຳນາດ​ການ​ປົກຄອງ Kiev. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຮຽກຮ້ອງ​​ໃຫ້​ດຳ​ເນີນການ​ລົງ​ປະຊາ​ມະຕິ./.

ຂ່າວ/ບົດ​ອື່ນ