ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ລັດເຊຍ Sergei Lavrov
ພາບ:AFP
|
(vovworld)- ວັນທີ 17/8, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ຮຽກຮ້ອງບັນດາຝ່າຍປະທະກັນຢູ່ພາກຕາເວັນອອກ ຢູແກຼນ ຈົ່ງປະຕິບັດ ບັນດາມາດຕາໃນຂໍ້ຕົກລົງຢຸດຍິງ Minks ທີ່ບັນລຸໄດ້ໃນເດືອນ 2 ຢູ່ ເບລາຣຸດ ຢ່າງເຂັ້ມງວດພ້ອມທັງສະເຫນີກຸ່ມ 4 ປະເທດ Normandy ຊື່ງລວມມີ: ລັດເຊຍ, ຢູແກຼນ, ຝລັ່ງ ແລະ ເຢຍລະມັນ ຈົ່ງມານະພະຍາຍາມຫລຸດຜ່ອນສະພາບປີນຂັ້ນໄດຢູ່ເຂດຂາດສະຖຽນລະພາບນີ້. ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດເຊຍ Sergei Lavrov ເນັ້ນຫນັກວ່າ: ສະພາບການປະທະກັນລະຫວ່າງກອງທັບລັດຖະບານ ຢູແກຼນ ແລະ ກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກຢູແກຼນ ພວມນັບມື້ນັບຊົ່ວຮ້າຍລົງ, ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຕ້ອງເຄົາລົບບັນດາຄຳໝັ້ນສັນຍາທີ່ບັນລຸໄດ້ ແລະ ກຸ່ມ 4 ປະເທດດັ່ງກ່າວ ສະແດງບົດບາດໃຫຍ່ກວ່າ ເພື່ອເຮັດໃຫ້ຄວາມເຄັ່ງຕຶງຫລຸດລົງ. ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດເຊຍ Sergei Lavrov ກໍຢ້ຳຄືນຄຳຮຽກຮ້ອງບັນດາປະເທດຝ່າຍຕາເວັນຕົກ ເພີ່ມກຳລັງດັນຕໍ່ອຳນາດການປົກຄອງສູນກາງ Kiev ເພື່ອເຊື່ອມຕໍ່ການເຈລະຈາກັບກຳລັງທວງເອົາເອກະລາດຢູ່ເຂດ Donbass.