ລັດເຊຍຮຽກຮ້ອງຢູແກຼນຢຸດຕິບັນດາບັ້ນຮົບການທະຫານຢູ່ເຂດຕາເວັນອອກສ່ຽງໃຕ້
ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(vovworld) – ລັດເຊຍຮຽກຮ້ອງຢູແກຼນຢຸດຕິບັນດາບັ້ນຮົບການທະຫານຢູ່ເຂດຕາເວັນອອກສ່ຽງໃຕ້ - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຮຽກຮ້ອງຄືດັ່ງກ່າວພາຍຫຼັງການພົບປະກັບທ່ານ Didier Burkhalter, ປະທານາທິບໍດີ ສະວິດ ທັງເປັນປະທານອົງການປ້ອງກັນຄວາມສະຫງົບ ແລະ ການຮ່ວມມືເອີລົບ (OSCE) ໃນວັນທີ 7/5 ຢູ່ມົດສະກູ. ຜູ້ນຳປະເທດ ລັດເຊຍ ຢືນຢັນມາດຕະການນຳໃຊ້ດ້ານການທະຫານບໍ່ແມ່ນເສັ້ນທາງປອດໄພເພື່ອແກ້ໄຂທຸກໆການປະທະກັນດ້ານການເມືອງພາຍໃນປະເທດ ຫາກຈະເຮັດໃຫ້ສະພາບການຮ້າຍແຮງກ່ວາອີກເທົ່ານັ້ນ. ທ່ານປະທານາທິບໍດີ ລັດເຊຍ Putin ກໍ່ສະເໜີບັນດາຜູ້ສະໜັບສະໜູນການຫັນ ຢູແກຼນ ເປັນສະຫະພັນ ໂຈະເວລາດຳເນີນການລົງປະຊາມະຕິຄືນ, ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 11/5 ໄວ້ເພື່ອແນໃສ່ກຳນົດອະນາຄົດຂອງເຂດຕາເວັນອອກສ່ຽງໃຕ້ ຂອງປະເທດນີ້, ເພື່ອສ້າງບັນດາເງື່ອນໄຂຈຳເປັນໃຫ້ແກ່ການຈັດຕັ້ງການໂອ້ລົມສົນທະນາ. ສ່ວນທ່ານປະທານ OSCE Burkhalter ຖືວ່າ: ການຈັດຕັ້ງການໂອ້ລົມສົນທະນາໃນປະຈຸບັນລະຫວ່າງປະຊາຊົນ ຢູແກຼນ ນຳກັນແມ່ນສຳຄັນທີ່ສຸດ ແຕ່ວ່າມາຮອດປະຈຸບັນ ຍັງບໍ່ທັນມີແຜນການຈັດຕັ້ງກອງປະຊຸມ Geneva ຄັ້ງທີ 2 ກ່ຽວກັບ ຢູແກຼນ.
ແລະກໍ່ໃນວັນດຽວກັນ, ທີ່ການປຶກສາຫາລື ຢູ່ສະພາແຫ່ງຊາດ ກ່ຽວກັບບັນຫາ ຢູແກຼນ, ບັນດາພັກຝ່າຍ ໃນສະພາແຫ່ງຊາດ ເຢຍລະມັນ ຖືວ່າ: ການນຳໃຊ້ກອງທັບ ເພື່ອແກ້ໄຂວິກິດການຈະພາໄປເຖິງບັນດາໄພພິບັດໃຫຍ່ຫຼວງກ່ວາອີກ.
ກໍ່ກ່ຽວຂ້ອງເຖິງສະພາບການຢູແກຼນ, ວັນທີ 7/5, ເຈົ້າໜ້າທີ່ຂັ້ນສູງຂອງອຳນາດການປົກຄອງຂອງປະທານາທິບໍດີ Barack Obama 3 ທ່ານ ໄດ້ອະພິປາຍຕໍ່ໜ້າສະພາແຫ່ງຊາດກ່ຽວກັບນະໂຍບາຍຂອງທຳນຽບຂາວສຳລັບວິກິດການຢູ່ປະເທດ ເອີລົບ ຕາເວັນອອກນີ້.