(vovworld) - ວັນທີ 22/10, ລັດຖະມົນຕີກະຊວງພະລັງງານລັດເຊຍ ທ່ານ Alexander Novak ຖະແຫຼງວ່າ, ຢູແກຼນ ຄວນຊອກຫາວິທີຊຳລະບ້ວງເງິນຊື້ອາຍແກັດຂອງລັດເຊຍ ໃນເວລາໜຶ່ງອາທິດ ແລະ ຢືນຢັນວ່າສະພາບການບໍ່ມີທາງອອກລະຫວ່າງ ມົດສກູ - ກີແອບ ກ່ຽວຂ້ອງເຖິງບັນຫານີ້ພຽງແຕ່ໄດ້ຮັບການແກ້ໄຂເມື່ອ ລັດເຊຍ ໄດ້ຮັບບັນດາຄຳໝັ້ນສັນຍາດ້ານການເງິນຈາກ ຢູແກຼນ ເທົ່ານັ້ນ. ກ່າວຄຳເຫັນຕໍ່ວົງການນັກຂ່າວທີ່ກອງປະຊຸມກ່ຽວກັບພະລັງງານຢູ່ ມົດສກູ, ທ່ານ Novak ໃຫ້ຮູ້ວ່າ: ໃນການເຈລະຈາຢູ່ ບຣຸກແຊນ, ປະເທດ ແບນຊີກ ໃນວັນທີ 21/10, ລັດເຊຍ ແລະ ຢູແກຼນ ໃກ້ຈະບັນລຸຂໍ້ຕົກລົງກ່ຽວກັບອາຍແກັດ, ແຕ່ການເຈລະຈາສຸດທ້າຍພັດຖືກປະລາໄຊຍ້ອນບັນຫາອື່ນ - ນັ້ນແມ່ນ ຢູແກຼນ ຈະຫາເງິນແຕ່ໃສເພື່ອຊຳລະກ່ອນໃຫ້ບ້ວງເງິນຊື້ອາຍແກັດໃນເດືອນ 11 ແລະ 12 ຈະມາເຖິງ.