ລັດເຊຍຮຽກຮ້ອງອາເມລິກາກໍ່ຄວາມດັນໃຫ້ລັດຖະບານຊົ່ວຄາວຢູແກຼນຢຸດຕິບັ້ນຮົບຢູ່ທາງທິດຕາເວັນອອກສ່ຽງໃຕ້ຢູແກຼນ

ລັດເຊຍຮຽກຮ້ອງອາເມລິກາກໍ່ຄວາມດັນໃຫ້ລັດຖະບານຊົ່ວຄາວຢູແກຼນຢຸດຕິບັ້ນຮົບຢູ່ທາງທິດຕາເວັນອອກສ່ຽງໃຕ້ຢູແກຼນ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov
(ພາບປະກອບ)

(vovworld) – ຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ນັບ​ມື້​ນັບສັບສົນ​ຢູ່​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ​ແກຼນ, ວັນ​ທີ 3/5, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ມີ​ການ​ໂອ້​ລົມ​ທາງ​ໂທລະ​ສັບ​ກັບ​ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ John Kerry ​ໂດຍ​ຮຽກຮ້ອງ​ ວໍ​ຊິງ​ຕັນ​ຕໍ່​ຄວາມດັນ​ເພື່ອ​​ໃຫ້​ລັດຖະບານ​ຊົ່ວຄາວ ຢູ​ແກຼນ ຢຸດຕິ​ບັ້ນ​ຮົບ​ການ​ທະຫານ​ຢູ່​ທາງ​ທິດຕາ​ເວັນ​ອອກ. ທ່າ​ນລັດຖະມົນຕີ​ການ​ຕ່າງປະ​ເທດ Lavrov ຮຽກຮ້ອງ​ໃຫ້​ ອາ​ເມ​ລິ​ກາ ນຳ​ໃຊ້​ທຸກໆ​ຜົນ​ສະທ້ອນ​ຂອງ​ຕົນ​ເພື່ອ​ບັງຄັບ​​ໃຫ້ອຳ​ນາດ​ການ​ປົກຄອງ ກີ​ແອບ “ຢຸດຕິ​ບັນດາ​ບັ້ນ​ຮົບ​ຢູ່​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ​ແກຼນ, ຖອນ​ທະຫານ ​ແລະ ປ່ອຍ​ຕົວ​​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໃນ​ທັນທີ”.

    ກ່ອນ​ໜ້າ​ນັ້ນ, ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໄດ້​ອອກ​ແຈ້ງ​ການ​ຮຽກຮ້ອງ​ໃຫ້​ລັດຖະບານ​ຊົ່ວຄາວ ຢູ​ແກຼນ ​ແລະ ບັນດາ​ກຳລັງ​ສະໜັບສະໜູນ​ຢຸດຕິ​ສະພາບ​ການ​ສັບ​ສົນ ​ແລະ ຮັບຜິດຊອບ​ຕໍ່ໜ້າ​ປະຊາຊົນ​ກ່ຽວ​ກັບ ​ເຫດການ​ປະ​ທະ​ກັນ​ຢູ່​ນະຄອນ Odessa, ທາງ​ພາກ​ໃຕ້ ຢູ​ແກຼນ. ສະຫະ​ພາບ ​ເອີ​ລົບ (EU) ກໍ່​ກະຕຸກ​ຊຸກຍູ້​ບັນດາ​ຝ່າຍ​ລະງັບ​ໃຈ​​ຢ່າງສຸດຂີດ, ພ້ອມ​ທັງ​ເປີດ​ການ​ສືບສວນ​ເອກະລາດ​ກ່ຽວ​ກັບ​ສາຍ​ເຫດ​ກໍ່​ໃຫ້​ເກີດ​ເຫດນອງ​ເລືອດ​ຢູ່ Odessa. ​ໃນ​ຂະນະ​ນັ້ນ, ວັນ​ທີ 3/5, ທ່ານ​ເລຂາທິການ​​ໃຫຍ່ ສປຊ Ban Ki – moon ຊົມ​ເຊີຍ​ເລື່ອງ​ປ່ອຍ​ຕົ​ວ​ໃຫ້ກຸ່ມ​ຜູ້​ສັງ​ເກດ​ການ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຮ່ວມ​ມື ​ເອີ​ລົບ ພາຍຫຼັງ​ກ່ວາ​ໜຶ່ງ​ອາທິດ​ຖືກ​ກັກ​ຂັງ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ ​ແລະ ບັນດາ​ຝ່າຍ​ມີ​ຜົນ​ສະທ້ອນ​ສະ​ແດງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ສວມ​ບົດບາດ​ຕັ້ງໜ້າ​ເພື່ອ​​ແນ​ໃສ່​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ, ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ຊ​​ອກຫາ​ມາດ​ຕະການ​ສັນ​ຕິ​ພາບຢ່າງ​ໝັ້ນຄົງ​ໃຫ້​ແກ່​ປະ​ເທດ​ນີ້.


ຂ່າວ/ບົດ​ອື່ນ