(vovworld) – ທ່ານປະທານາທິບໍດີ ລັດເຊຍ Dmitry Medvedev ຮຽກຮ້ອງໃຫ້ ອາເມລິກາ ແລະ ຝ່າຍຕາເວັນຕົກ ບໍ່ປະລະກາລະໂອກາດບັນລຸໄດ້ຂໍ້ຕົກລົງກັບລັດເຊຍ ກ່ຽວກັບລະບົບປ້ອງກັນລູກສອນໄຟ (ຫຼື NMD). ກ່າວຄຳເຫັນທີ່ການສຳມະນາສາກົນທີ່ມີຊື່ວ່າ “ຄວາມສະຫງົບປອດໄພປະຊາຄົມເອີລົບ - ມະຫາສະໝຸດອັກລັງຕິກ: ຄວາມຈິງ ຫຼື ຄວາມລະເມີເຝີ້ຝັນ“, ວັນທີ 23/3 ຢູ່ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ Dmitry Medvedev ເນັ້ນໜັກວ່າການສົມທົບກັນເຄື່ອນໄຫວລະຫວ່າງລັດເຊຍ ແລະ NATO ຈະບໍ່ໄດ້ຮັບການປັບປຸງຖ້າຫາກບໍ່ແກ້ໄຂບັນຫາປ້ອງກັນລູກສອນໄພ. ລັດເຊຍຮຽກຮ້ອງໃຫ້ບັນດາຄູ່ຮ່ວມມືຝ່າຍຕາເວັນຕົກໃຫ້ຄຳໝັ້ນສັນຍາວ່າ: ລະບົບປ້ອງກັນລູກສອນໄຟນີ້ບໍ່ແນໃສ່ຕ້ານຄືນລັດເຊຍ, ແລະ ຄຳໝັ້ນສັນຍານີ້ຕ້ອງໄດ້ຮັບການຮັບປະກັນດ້ານກົດໝາຍ.