ຜູ້ແຫ່ຂະບວນປະທ້ວງເຕົ້າໂຮມກັນຢູ່ໃຈກາງນະຄອນຫຼວງແບກແດດ
(ພາບ: Reuters)
(vovworld) - ວັນທີ 12/12, ກະຊວງການຕ່າງປະເທດລັດເຊຍ ແຈ້ງວ່າ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Sergei Lavrov ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງອີຣານ Ibrahim al Jaafari ເພື່ອປຶກສາກາລືກ່ຽວກັບເລື່ອງ ຕວກກີ ຜັນຂະຫຍາຍທະຫານເຖິງອີຮັກ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ແບກແດດ. ມົດສະກູ ໄດ້ເອີ້ນເລື່ອງຕວກກີ ສົ່ງທະຫານເຖິງພາກເໜືອອີຣັກ ແມ່ນການກະທຳ ແຊກແຊງອະທິປະໄຕ ແລະ ຜືນແຜ່ນດິນຂອງອີຣັກ ຢ່າງຜິດກົດໝາຍ. ນອກນັ້ນ, ກະຊວງການຕ່າງປະເທດລັດເຊຍ ກໍຖະແຫຼງວ່າ: “ຝ່ານລັດເຊຍ ສະແດງຫຼັກໝັ້ນຢ່າງແຂງແຮງໃນການສະໜັບສະໜູນອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງອີຣັກ”.
ແລະກໍໃນວັນທີ 12/12, ຜູ້ແຫ່ຂະບວນປະທ້ວງນັບພັນຄົນ, ໃນນັ້ນສ່ວນຫຼາຍແມ່ນສະມາຊິກກຳລັງເຄິ່ງການທະຫານມຸດສະລິມນິກາຍ Shiite ໄດ້ເຕົ້າໂຮມກັນຢູ່ໃຈກາງນະຄອນຫຼວງແບກແດດ ຂອງອີຣັກ ເພື່ອຮຽກຮ້ອງຕວກກີ ຖອນທະຫານອອກຈາກປະເທດນີ້.