ລັດເຊຍແລະນາໂຕຍັງມີຄວາມບໍ່ລົງລອຍກັນກ່ຽວກັບແຜນການລະບົບປ້ອງກັນລູກສອນໄຟເອີລົບ

ລັດເຊຍແລະນາໂຕຍັງມີຄວາມບໍ່ລົງລອຍກັນກ່ຽວກັບແຜນການລະບົບປ້ອງກັນລູກສອນໄຟເອີລົບ - ảnh 1
ພາບປະກອບຈາກ Reuters

(vovworld) – ​​​​ໃນ​ກອງ​ປະຊຸມ​ສະພາ​ລັດ​ເຊຍ - ນາ​ໂຕ (NRC) ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ ​ເມື່ອ​ວັນ​ທີ 23/10, ລັດ​ເຊຍ ​ແລະ ອົງການ​ນາ​ໂຕ ​ບໍ່ບັນລຸ​ໄດ້​ບັນດາ​ຄວາມ​ຄືບ​ໜ້າ​​ໃດ​ເພື່ອ​ແນ​ໃສ່​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂອງ ​ເອີ​ລົບ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ເພື່ອ​ແກ້​ໄຂ​ການ​ຖົກ​ຖຽງກັນ​ນີ້. ທ່ານ​ເລຂາທິການ​ໃຫຍ່ ນາ​ໂຕ Anders Fogh Rasmussen ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ບໍ່​ທັນ​ຊອກ​ຫາ​ມາດ​ຕະການ​ໃຫ້​ແກ່​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ ​ເອີ​ລົບ, ​ແຕ່​ການ​ປຶກສາ​ຫາລື​ຂັ້ນ​ລັດຖະມົນຕີ​ນີ້​ໄດ້​ຮັບ​ການ​ຕີ​ລາຄາ​​ແມ່ນຕັ້ງໜ້າ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ຄວາມ​ວິຕົກ​ກັງວົນ​ທີ່​ຍັງ​ຄົງ​ຄ້າງ. ທ່ານ Anders Fogh Rasmussen ຖື​ວ່າ: 2 ຝ່າຍ​ຄວນ​ສືບ​ຕໍ່​ເຈລະຈາ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ​ແທດ​ຈິງ​ເພື່​ອຜ່ານ​ຜ່າ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ປະຈຸ​ບັນ.

    ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ Sergei Shoigu ​ໄດ້​​ເຕື້ອງ​ເຖິງ​ທັດສະນະ​ຂອງ​ມົດ​ສະ​ກູ ວ່າ: ບັນດາ​ແຜນການ​ໂດ​ຍ ອາ​ເມ​ລິ​ກາ ນຳ​ໜ້າ​ເພື່​ອ​ແນ​ໃສ່​ຜັນ​ຂະຫຍາຍ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ເພື່ອຕ້ານ​ຄື​ນການ​ບຸກ​ໂຈມ​ຕີ​ຈາກ​ພາຍ​ນອກ​​ເອີ​ລົບ ອາດ​ຈະ​ນາບ​ຂູ່​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ລັດ​ເຊຍ, ດັ່ງ​ນັ້ນ ລັດ​ເຊຍ ບໍ່​ຮ່ວມ​ມື​ກ່ຽວ​ກັບ​ບັນຫາ​ນີ້​ຖ້າ​ຫາກ​ບໍ່​ຄິດ​ເຖິງ​ບັນດາ​ຄວາມ​ວິຕົກ​ກັງວົນ.

ຂ່າວ/ບົດ​ອື່ນ