ລັດເຊຍແລະເຢຍລະມັນເຫັນດີສົ່ງເສີມການພົບປະສຸດຍອດກຸ່ມ Normandy ກ່ຽວກັບຢູແກຼນ
(VOVWORLD) -ວັນທີ 29 ສິງຫາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ມີການໂອ້ລົມທາງໂທລະສັບ, ປຶກສາຫາລືກ່ຽວກັບສະພາບການຢູ່ຢູແກຼນ, ທັດສະນະກ່ຽວກັບຊີຣີ
ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ແລະ
ທ່ານປະທານາທິບໍດີລັດເຊຍ Vladimir Putin
(ພາບປະກອບ: AFP/TTXVN)
|
ກໍຄືການຮ່ວມມືຂົນສົ່ງນ້ຳມັນອາຍແກັດໃນອະນາຄົດ. ຕາມໂຄສົກຂອງລັດຖະບານເຢຍລະມັນ ທ່ານ Steffen Seibert ແລ້ວ, ໃນການໂອ້ລົມທາງໂທສະລັບ, ການນຳ 2 ທ່ານໄດ້ເຫັນດີຊຸກຍູ້ແຜນການຈັດຕັ້ງກອງປະຊຸມສຸດຍອດຕາມຮູບແບບ Normandy - ລວມທັງບັນດາປະເທດຝລັ່ງ, ເຢຍລະມັນ, ລັດເຊຍ ແລະ ຢູແກຼນ - ເພື່ອແນໃສ່ສືບຕໍ່ປະຕິບັດຂໍ້ຕົກລົງ Minsk ກ່ຽວກັບການແກ້ໄຂການປະທະກັນຢູ່ຢູແກຼນຕາເວັນອອກ.