ລັດເຊຍໄວ້ທຸກລະດັບຊາດບັນດາຜູ້ປະສົບເຄາະຮ້າຍຈາກອຸບັດຕິເຫດເຮືອບິນຕົກຢູ່ອີຢິບ
ວັງ Kremlin ຢູ່ Moscow ລົດທຸງລົງເຄິ່ງເສົາໃນວັນທີ 1/11
(vovworld) – ໃນວັນທີ 1/11 ທົ່ວປະເທດ ລັດເຊຍ ໄດ້ໄວ້ທຸກບັນດາຜູ້ປະສົບເຄາະຮ້າຍ224 ຄົນ ທີ່ເສຍຊີວິດຈາກອຸບັດຕິເຫດເຮືອບິນຕົກຢູ່ ອີຢິບ ໃນວັນທີ 31/10. ບັນດາສຳນັກງານລັດ, ລັດຖະບານ ແລະ ສະພາແຫ່ງຊາດຂອງ ລັດເຊຍ ລ້ວນແຕ່ລົດທຸງລົງເຄິ່ງເສົາ ແລະ ໂຈະບັນດາການເຄື່ອນໄຫວທີ່ມີຄວາມເບີກບານມ່ວນຊື່ນ, ສະຖານບັນເທີງຖືກປິດປະຕູ. ເຮືອບິນ Airbus A – 321 ຂອງບໍລິສັດການບິນ Kogalymavia ຕົກໃນວັນທີ 31/10, ພາຍຫລັງບິນຂື້ນພຽງແຕ່ 20 – 30 ນາທີເທົ່ານັ້ນຈາກເຂດຕາກອາກາດ Sharm El Sheikh ເຖິງນະຄອນ St Petersburg ຂອງ ລັດເຊຍ.
ຄະນະກຳມະການສຳຫລວດກວດກາຂອງ ລັດເຊຍ ໃຫ້ຮູ້ວ່າ: ຈະພິຈາລະນາທຸກກໍລະນີໃນວິວັດການກວດ ເພື່ອເຮັດແຈ້ງສາຍເຫດຂອງເຮືອບິນທີ່ປະສົບອຸບັດຕິເຫດນີ້.