ລີບັງ ແຈ້ງວ່າຍັງມີຜູ້ຫາຍສາບສູນໃນເຫດລະເບີດຢູ່ນະຄອນ Beirut

(VOVWORLD) -ຍັງມີ 7 ຄົນພວມຫາຍສາບສູນພາຍຫຼັງເຫດລະເບີດທີ່ຮ້າຍແຮງຢູ່ທ່າກ່ຳປັ່ນ Beirut ເມື່ອວັນທີ 04 ສິງຫາ ຜ່ານມາ. 

ລີບັງ ແຈ້ງວ່າຍັງມີຜູ້ຫາຍສາບສູນໃນເຫດລະເບີດຢູ່ນະຄອນ Beirut - ảnh 1 ເຫດລະເບີດທີ່ຮ້າຍແຮງຢູ່ທ່າກ່ຳປັ່ນ Beirut ເມື່ອວັນທີ 04 ສິງຫາ ຜ່ານມາ

(ພາບ: AFP)

ວັນທີ 29 ສິງຫາ, ກອງທັບລີບັງ ໃຫ້ຮູ້ວ່າ, ຍັງມີ 7 ຄົນພວມຫາຍສາບສູນພາຍຫຼັງເຫດລະເບີດທີ່ຮ້າຍແຮງຢູ່ທ່າກ່ຳປັ່ນ Beirut ເມື່ອວັນທີ 04 ສິງຫາ ຜ່ານມາ. ໃນຈຳນວນ 7 ຄົນດັ່ງກ່າວ, ມີຊາວ ລີບັງ 3 ຄົນ ເຊິ່ງຍາດຕິພີ່ນ້ອງໄດ້ສົ່ງຕົວແບບ AND, ຊາວຊີຣີ 3 ຄົນ ແລະ ຊາວ ອີຢິບ 1 ຄົນ. ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນວັນທີ 29 ສິງຫາ, ຢູ່ນະຄອນຫຼວງ Beirut, ໂຄສົກກອງທັບ Lebanon ທ່ານ Elias Aad, ໃຫ້ຮູ້ວ່າ ວຽກງານຊອກຫາ ແລະ ກູ້ໄພກູ້ຊີບຈະສືບຕໍ່ໄດ້ຮັບການປະຕິບັດຈົນຮອດເມື່ອຊອກເຫັນໄດ້ບັນດາຜູ້ຖືກຫາຍສາບສູນ.

ໄລ່ມາຮອດປະຈຸບັນ, ເຫດລະເບີດຢູ່ທ່າກ່ຳປັ່ນ Beirut ໄດ້ເຮັດໃຫ້ 188 ຄົນເສຍຊີວິດ, ຄວາມເສຍຫາຍໄດ້ຂຶ້ນເຖິງ 15 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ