ລະດົມແຫຼ່ງກຳລັງໜູນຊ່ວຍເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ

(VOVWORLD) -ວັນທີ 07 ທັນວາ, ຢູ່ຮ່າໂນ້ຍ, ກອງທຶນອຸປະກະລະເດັກຫວຽດນາມ  ໄດ້ຈັດລາຍການພົບປະກັບບັນດາວິສາຫະກິດເພື່ອເດັກນ້ອຍຫວຽດນາມ, ແນໃສ່ລະດົມແຫຼ່ງກຳລັງໜູນຊ່ວຍເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ຫວຽດນາມ

ລະດົມແຫຼ່ງກຳລັງໜູນຊ່ວຍເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ - ảnh 1 ທ່ານນາງ ດັ້ງທິຫງ້ອກທິ້ງ, ຮອງປະທານປະເທດ,

ປະທານສະພາອຸປະກະລະກອງທຶນອຸປະກະລະເດັກຫວຽດນາມ

(ພາບ: TTXVN)

ພ້ອມທັງລົງນາມໃນຂໍ້ຕົກລົງໜູນຊ່ວຍໃຫ້ເດັກທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ຫວຽດນາມ ລະຫວ່າງບັນດາຫົວໜ່ວຍ, ວິສາຫະກິດ ກອງທຶນອຸປະກະລະເດັກຫວຽດນາມ.

        ກ່າວຄຳເຫັນທີ່ລາຍການ, ທ່ານນາງ ດັ້ງທິຫງ້ອກທິ້ງ, ຮອງປະທານປະເທດ, ປະທານສະພາອຸປະກະລະກອງທຶນອຸປະກະລະເດັກຫວຽດນາມ ຖືວ່າ, ຜ່ານບັນດາການເຄື່ອນໄຫວຂອງກອງທຶນອຸປະກະລະເດັກຫວຽດນາມ, ມີເດັກພິການມາແຕ່ເກີດຫຼາຍຄົນໄດ້ກາຍຍະບຳບັດ; ມີເດັກຫຼາຍຄົນທີ່ອາດຈະຖືກປະລະການຮຽນ ປະຈຸບັນໄດ້ໄປໂຮງຮຽນ ແລະ ຫຼາຍຄົນໄດ້ປະສົບຜົນສຳເລັດ ກໍກັບຄືນມາບໍລິຈາກໃຫ້ກອງທຶນອະປະກະລະເດັກ. ທ່ານນາງຮອງປະທານປະເທດ ກໍ່ຂອບໃຈບັນດານັກອຸປະຖຳ, ບັນດາຜູ້ໃຈບຸນໃຈກຸສົນ, ໃນຊຸມປີຜ່ານມາ, ນອກຈາກໜ້າທີ່ການເມືອງ, ການຜະລິດ, ດຳເນີນທຸລະກິດແລ້ວ ຍັງມີການປະກອບສ່ວນ ທາງດ້ານວັດຖຸ ແລະ ຈິດໃຈຕື່ມອີກ ເພື່ອເບິ່ງແຍງດູແລ, ໜູນຊ່ວຍເດັກຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

        ທີ່ລາຍການ, ມີວິສາຫະກິດບາງແຫ່ງໄດ້ກ່າວປາໄສ ແລະ ໃຫ້ຄຳໝັ້ນສັນຍາໜູນຊວ່ຍເດັກທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ຜ່ານກອງທຶນອຸປະກະລະຫວຽດນາມ ໃນຊຸມປີຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ