ລາ​ຄາ​ນ້ຳ​ມັນ​ດິບເພີ່ມ​ຂຶ້ນ​ຄືນ​ພາຍຫຼັງ ອາ​ເມ​ລິ​ກາ ແລະ ຈີນ​ບັນ​ລຸ​ໄດ້​ຂ​ໍ້​ຕົກ​ລົງ​ການ​ຄ້າ “ໄລ​ຍະ 1”

(VOVWORLD) -ວັນທີ 16 ທັນວາ, ລາຄານ້ຳມັນດິບ ໂລກເພີ່ມຂຶ້ນໜ້ອຍໜຶ່ງໃນຕົ້ນອາທິດ ຍ້ອນ ຄວາມຕ້ອງການນຳໃຊ້ ພະລັງງານຈະເພີ່ມຂຶ້ນພາຍຫຼັງ ອາເມລິກາ ແລະ ຈີນ ປະກາດບັນລຸໄດ້ຂໍ້ຕົກລົງການຄ້າ ໄລຍະ 1 ໃນວັນທີ 13 ທັນວາ. ເຖິງຢ່າງໃດກໍ່ຕາມ ລະດັບລາຄາເພີ່ມຂຶ້ນນີ້ຍັງຕ່ຳກ່ວາລະດັບສູງທີ່ສຸດພາຍໃນ 3 ເດືອນທີ່ຜ່ານມາ.
ລາ​ຄາ​ນ້ຳ​ມັນ​ດິບເພີ່ມ​ຂຶ້ນ​ຄືນ​ພາຍຫຼັງ ອາ​ເມ​ລິ​ກາ ແລະ ຈີນ​ບັນ​ລຸ​ໄດ້​ຂ​ໍ້​ຕົກ​ລົງ​ການ​ຄ້າ “ໄລ​ຍະ 1” - ảnh 1ຮາກຖານຂຸດຄົ້ນນ້ຳມັນຂອງ ອີຣານ (ພາບ: TTXVN) 

ຕາມ ນັກໄຈ້ແຍກ Phil Flynn ແລ້ວ, ຄວາມຄືບໜ້າໃນການເຈລະຈາດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກອາດຈະເຮັດໃຫ້ຄວາມຕ້ອງການໃນການນຳໃຊ້ນ້ຳມັນດິບເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ, ຄ່ານ້ຳມັນເພີ່ມຂຶ້ນສ່ວນໜຶ່ງກໍ່ຍ້ອນວ່າ ຕົວເລກສະຖິຕິຂອງ ຈີນສະແດງໃຫ້ເຫັນວ່າ ປະລິມານອຸດສາຫະກຳ ແລະ ການເຕີບໂຕໃນຂະແໜງຂາຍຍ່ອຍເພີ່ມຂຶ້ນຢ່າງໄວວາເມື່ອທຽບໃສ່ການຄາດຄະເນຂອງ ເດືອນ ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ