ລາຄານ້ຳມັນຢູ່ຕະຫຼາດອາເມລິກາແລະໂລກເພີ່ມຂຶ້ນຢ່າງແຮງໃນ1ເດືອນຜ່ານມາ

ລາຄານ້ຳມັນຢູ່ຕະຫຼາດອາເມລິກາແລະໂລກເພີ່ມຂຶ້ນຢ່າງແຮງໃນ1ເດືອນຜ່ານມາ - ảnh 1
(ພາບປະກອບ)

(vovworld) – ປະລິມານ​ນ້ຳ​ມັນ​ໃນ​ລະບົບ​ສາງ​​ສະ​ສົມ​ຍຸ​ດທະ​ສາດ ​ແລະ ປະລິມານ​ຂຸດ​ຄົ້ນ​ນ້ຳມັນໃນ​ແຕ່​ລະ​ວັນ​ຂອງ​ອາ​ເມ​ລິ​ກາ ລ້ວນ​ແຕ່​ຫຼຸດລົງນັ້ນ ​ແມ່ນ​ເຫດຜົນພາ​ໃຫ​້ລາ​ຄານ້ຳມັນ​ດິບ​ຢູ່​ຕະຫຼາດ​ອາ​ເມລິ​ກາ ​ແລະ ​ໂລກ ​ໃນ​ວັນ​ທີ 16/09 ​ເພ່ີມ​ຂຶ້ນຢ່າງ​ແຮງ​ໃນ 1​ເດືອນ​ຜ່ານ​ມາ. ຕາມ​ຕົວ​​ເລກ​ຈາກສູນ​ທຸລະ​ກຳສິນຄ້າ​ນິວຢອກ, ​ໃນ​ການ​ທຸລະ​ກຳ​ສຸດ​ທ້າຍ​ກ່ອນທີ່​ອັດ​ປະຕູ​ໃນ​ວັນ​ທີ 16/09, ລະ​ຄາ​ນ້ຳມັນ​ດິບ WTI (West Intermadiate Texas) ຂອງ​ອາ​ເມລິ​ກາ, ​ເດືອນ 10 ​​ໄດ້​ເພີ່ມຈາກ 2,56 USD ​ຂຶ້ນ 47,15 USD/ຖັງ. ນີ​້​ແມ່ນ​ລະດັບເພີ່ມສູງ​​ສຸດ​ໃນມື້ໜຶ່ງ​ ຂອງ​​ນ້ຳມັນ​​ດິບ ອາ​ເມ​ລິ​ກາ ​ໃນ​ຮອບ​ເວລາ 1 ​ເດືອນ​ຜ່ານ​ມາ.  ຢູ່​ຕະຫຼາດ​ລອນ​ດອນ, ປະ​ເທດ​ອັງ​ກິດ, ລາ​ນ້ຳ​ມັນ​ດິບ Brent, ​ໃນ​ເດືອ​ນ 11 ​ເພີ່ມ​ຂຶ້ນ 4,42%, ​ເທົ່າ​ກັບ 2 USD/​ຖັງ ​ແມ່ນ 49,75 USD/ຖັງ.

ຂ່າວ/ບົດ​ອື່ນ