ລາງວັນທົ່ວປະເທດກ່ຽວກັບ ການໂຄສະນາກັບຕ່າງປະເທດປີ 2016

ລາງວັນທົ່ວປະເທດກ່ຽວກັບ ການໂຄສະນາກັບຕ່າງປະເທດປີ 2016 - ảnh 1
​ການ​ປະຊຸມ​ຂ່າວ ກ່ຽວ​ກັບ​ລາງວັນ​ທົ່ວ​ປະ​ເທດ​
ສຳລັບການ​ໂຄສະນາກັບຕ່າງປະ​ເທດ​ປີ 2016


(vovworld) - ຕອນ​ບ່າຍ​ວັນ​ທີ 8/11, ຢູ່​ສຳນັກງານ​ວິທະຍຸ​ກະຈາຍສຽງ ຫວຽດນາມ, 58 ຖະໜົນ ກວ໋າຊື໋, ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາສູນ​ກາງ, ຄະນະ​ຊີ້​ນຳ​ວຽກ​ງານ​ການ​ໂຄສະນາກັບຕ່າງປະ​ເທດ ສູນ​ກາງ, ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ ກ່ຽວ​ກັບ​ລາງວັນ​ທົ່ວ​ປະ​ເທດ​ສຳລັບການ​ໂຄສະນາກັບຕ່າງປະ​ເທດ​ປີ 2016. ລາງວັນ​ທົ່ວ​ປະ​ເທດ​ກ່ຽວ​ກັບ ການ​ໂຄສະນາກັບຕ່າງປະ​ເທດ ປີ 2016 ຖືກ​ຈັດ​ຕັ້ງ​ເພື່ອ​ຮັບຮອງ, ເຊີດ​ຊູບັນດາ​ຜູ້​ຂຽນ, ທີ່​ມີ​ບົດປະພັນ​​ດີ​ເດັ່ນ​ໃນ​ຂົງ​ເຂດໂຄສະນາກັບຕ່າງປະ​ເທດ​​ໃນ​ໄລຍະ​ແຕ່​ວັນ​ທີ 01/01/2016 ​ເຖິງ​ວັນ​ທີ 31/12/2016. ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​​ແມ່ນຊາວ ຫວຽດນາມ​ ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ, ຊາວ​ຕ່າງປະ​ເທດ​. ນອກຈາກບັນດາ​ບົດ​ທີ່​ຂຶ້ນ​ກັບ​​ຮູບ​ການ​ສື່​ມວນ​ຊົນຕ່າງໆ​ຄື: ​ສື່​ສິ່ງ​ພິມ, ວິທະ​ຍຸ​ກະຈາຍສຽງ, ​ໂທລະພາບ, ສື່​ເອ​ເລັກ​ໂຕ​ນິກ, ຂ່າວ​ພາບ, ປີ​ນີ້​ຄະນະ​ຈັດ​ຕັ້ງ​ຍັງ​ມອບ​ລາງວັນ​ໃຫ້​ຜະລິດ​ຕະພັນ​ທີ່​ພິມ​ເປັນປື້​ມອີກ.

        “ລາງວັນ​ທົ່ວ​ປະ​ເທດ​ກ່ຽວ​ກັບການ​ໂຄສະນາກັບຕ່າງປະ​ເທດ ​ປີ 2016. ນອກຈາກ​ບັນດາ​ບົດ​ທີ່​ຂຶ້ນ​ກັບຮູບ​ການ​ສື່​ມວນ​ຊົນ​ຄື: ​ສື່​ສິ່ງ​ພິມ, ວິທະ​ຍຸ​ກະຈາຍສຽງ, ​ໂທລະພາບ, ສື່​ເອ​ເລກ​ໂຕ​ນິກ, ຂ່າວ​ພາບ, ປີ​ນີ້​ຄະນະ​ຈັດ​ຕັ້ງ​ຍັງ​ມອບ​ລາງວັນ​ໃຫ້​ຜະລິດ​ຕະພັນ​ທີ່​ພິມ​ເປັນປື້​ມອີກ. ດ້ວຍ​ເລື່ອງ​ເປີດ​ກວ້າງ​ຂົງ​ເຂດ​ເຂົ້າ​ຮ່ວມ, ຄະນະ​ຈັດ​ຕັ້ງ​ຫວັງ​ວ່າ, ​ປີ​ນີ້​ຈະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເຂົ້າ​ຮ່ວມ​ຂອງ​ຜູ້​ຂຽນ​ຫຼາຍ​ຄົນ ກໍ່​ຄື​ບັນດາ​ອົງການ, ຫົວໜ່ວຍ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ. ຜ່ານ​ນັ້ນ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານສື່​ຂ່າວ, ​ໂຄສະນາ​ຕ່າງປະ​ເທດ​; ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ບັນດາ​ອົງການ, ຫົວໜ່ວຍ, ທ້ອງ​ຖີ່​ນ, ​ແນ​ໃສ່​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ໂຄສະນາ​ກັບ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ແປັນ​ຢ່າງ​ດີ. “

        ປີ​ນີ້ ວິທະຍຸ​ກະຈາຍສຽງ ຫວຽດນາມ​ ເປັນ​ເຈົ້າພາບ​ຈັດ​ຕັ້ງ​ລາງວັນ​ທົ່ວ​ປະ​ເທດກ່ຽວ​ກັບ​ການ​ໂຄສະນາ​ກັບ​ຕ່າງປະ​ເທດ​ປີ 2016. ຄາດ​ວ່າ​ພິທີ​ມອບ​ລາງວັນ​ຈະ​ຈັດ​ຕັ້ງ​ໃນ​ເດືອນ 5/2017.

ຂ່າວ/ບົດ​ອື່ນ