ລາຊະອານາຈັກແບນຊິກປາດຖະຫນາຢາກຳພັດທະນາການພົວພັນກັບຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 18 ພຶດສະພາ ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງ Jehanne Roccas, ເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ ປະຈຳຫວຽດນາມ. 
ລາຊະອານາຈັກແບນຊິກປາດຖະຫນາຢາກຳພັດທະນາການພົວພັນກັບຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງ Jehanne Roccas, ເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ ປະຈຳຫວຽດນາມ. 

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ປາດຖະຫນາຢາກໃຫ້ ແບນຊິກ ເປີດປະຕູກວ່າອີກສຳລັບຜະລິດຕະພັນກະເສດຂອງຫວຽດນາມ ແລະ ຫວຽດນາມ ໄດ້ນຳເຂົ້າເຕັກໂນໂລຊີຂອງແບນຊິກ ແລະ ເອີລົບ ຫລາຍກວ່າ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນ: ຫວຽດນາມ ປາດຖະຫນາຢາກດຶງດູດບັນດານັກລົງທຶນມີທ່າແຮງຂອງ ແບນຊິກ ມາລົງທຶນຢູ່ ຫວຽດນາມ. ກ່ຽວຂ້ອງເຖິງສັນຍາການຄ້າເສລີ FTA ຫວຽດນາມ- EU, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ມີທັດສະນະສະເຫມີຕົ້ນສະເຫມີປາຍເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບເສດຖະກິດໂລກ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງໂປ່ງໃສ, ສະດວກ, ພັດທະນາແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ, ສະນັ້ນ ເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນສັນຍານີ້ໂດຍໄວຈະມີຜົນປະໂຫຍດໃຫ້ສອງຝ່າຍ. ສ່ວນທ່ານນາງເອກອັກຄະລັດຖະທູດ ແບນຊິກ ໃຫ້ຮູ້ວ່າ: ຄຽງຂ້າງການປັບປຸງ, ພັດທະນາບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວ, ແບນຊິກ ປາດຖະຫນາຢາກຊຸກຍູ້ການຮ່ວມມືລົງທຶນກັບຫວຽດນາມໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ