ລາຊະອານາຈັກແບນຊິກແລະຫວຽດນາມປາດຖະໜາຢາກຍົກລະດັບການພົວພັນລະຫວ່າງ2ປະເທດຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ

ລາຊະອານາຈັກແບນຊິກແລະຫວຽດນາມປາດຖະໜາຢາກຍົກລະດັບການພົວພັນລະຫວ່າງ2ປະເທດຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ - ảnh 1
(ທ່ານ​ບຸ​ຍ​ແທງ​ເຊີນ ຕ້ອນ​ຮັບທ່ານ Rudy Huygelen)

(vovworld) - ​​​​​​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ (ວັນ​ທີ 04 – 05/04). ວັນ​ທີ 04/04, ທ່ານ Rudy Huygelen, ຫົ​ວ​ໜ້າ​ຫ້ອງວ່າ​ການ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ບັນ​ດາ​ບັນ​ຫາ​ເອີ​ລົບ​ແຫ່ງ​ລາ​ຊະ​ອາ​ນາ​ຈັກແບນ​ຊິກ ໄດ້​ພົບ​ປະ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ຜູ​້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ​ຍ​ແທງ​ເຊີນ. ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ກັນ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​​ແກ່ກ​ານ​​ແຊກ​ຊຶມ​ເຂົ້າ​ກັບ​ຕະ​ຫຼ​າດ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິ​ດ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອີ​ຢູ ກ້າວ​ໄປ​ເຖິງ​ການ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີຢ​ູ (EVFTA). 2 ຝ່າຍ​ເຫັນ​ດີ​ສົມ​ທົບ​ກັນ​ຈັດ​ຕັ້ງ​ຫຼາຍ​ເຫດ​ການ​ວັດ​ທະ​ນະ​ທຳ ແລະ ເສດ​ຖະ​ກິດ ເພື່ອ​​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ (1973 - 2018) ຢູ່​ແຕ່​ລະ​ປະ​ເທດ. ຜົນ​ສຳ​ເລັດ​ຂອງ​ບັນ​ດ​າ​ເຫດ​ການນີ້ ພ້ອມ​ກັບ​ການ​ຮ່ວມ​ມື​ຢ່າງ​ແທ​ດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ 2 ປະ​ເທດ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ 2 ຝ່າຍ​ກ່​ຽວ​ກັບ​ແງ່​ຫວັງ​ຢາກ​ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.


ຕອບກັບ

ຂ່າວ/ບົດ​ອື່ນ