ລາຍການ “ກຳລັງແຮງຂອງການເຄື່ອນໄຫວມະນຸດສະທຳ” 2022 ແລະ ຂະບວນການ “ບຸນເຕັດແຫ່ງຄວາມເມດຕາປານີ” 2023

(VOVWORLD) -ສະພາກາແດງ ຫວຽດນາມ ສູ້ຊົນເບິ່ງແຍງດູແລ, ໜູນຊ່ວຍໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ຖືກຄວາມສ່ຽງສູງ 1 ລ້ານຄົນໃນບຸນເຕັດປີ ເຖາະ 2023.
ລາຍການ “ກຳລັງແຮງຂອງການເຄື່ອນໄຫວມະນຸດສະທຳ” 2022 ແລະ ຂະບວນການ “ບຸນເຕັດແຫ່ງຄວາມເມດຕາປານີ” 2023 - ảnh 1ກອງປະຊຸມຖະແຫຼງຂ່າວ
(ພາບ: dangcongsan.vn)

ນີ້ແມ່ນຂໍ້ມູນຂ່າວໄດ້ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບລາຍການ “ກຳລັງແຮງຂອງການເຄື່ອນໄຫວມະນຸດສະທຳ” 2022 ແລະ ຂະບວນການ “ບຸນເຕັດແຫ່ງຄວາມເມດຕາປານີ” 2023 ໂດຍສະພາກາແດງ ຫວຽດນາມ ຈັດຂຶ້ນໃນວັນທີ 10 ພະຈິກ, ຢູ່ ຮ່າໂນ້ຍ.

        ທີ່ລາຍການ, ສະພາກາແດງ ຫວຽດນາມ ໄດ້ປຸກລະດົມຂະບວນການ “ວຽກດີຄົນເດັ່ນ - ຮ່ວມແຮງຮ່ວມໃຈສ້າງປະຊາຄົມແຫ່ງຄວາມເມດຕາປານີ” ແລະ ຮຽກຮ້ອງໃຫ້ໝູ່ຄະນະ, ສ່ວນບຸກຄົນ, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ຮ່ວມເດີນທາງພ້ອມກັບສະພາກາແດງ ຫວຽດນາມ ຈັດບັນດາລາຍການ, ການເຄື່ອນໄຫວບຸນເຕັດແຫ່ງຄວາມເມດຕາປານີ, ເບິ່ງແຍງດູແລໃຫ້ຜູ້ທີ່ມີຄວາມສ່ຽງສູງໄດ້ຕ້ອນຮັບລະດູບານໃໝ່, ບຸນເຕັດ. ທ່ານນາງ ບຸຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ຈັດການເຄື່ອນໄຫວຫຼາຍຢ່າງ ໃນນັ້ນລວມມີບັນດາຮ້ານຂາຍເຄື່ອງໃຫ້ປະຊາຊົນຕ້ອນຮັບບຸນເຕັດດ້ວຍຄວາມເບີກບານ, ເບິ່ງແຍງດູແລສຸຂະພາບ, ໃຫ້ຄຳປຶກສາດ້ານຈິດໃຈ, ຈັດການເຄື່ອນໄຫວຕ່າງໆເພື່ອຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ເພື່ອໃຫ້ເຂົາເຈົ້າສະແດງອອກຄວາມມຸ່ງມາດປາດຖະໜາ, ຜ່ານການເຄື່ອນໄຫວລະຫຼີ້ນບັນເທິງຍາມບຸນເຕັດ. ນີ້ແມ່ນປີທຳອິດພວກຂ້າພະເຈົ້າຜັນຂະຫຍາຍລາຍການດັ່ງກ່າວ. ຄາດວ່າ, ຈະໄດ້ຜັນຂະຫຍາຍໃນທົ່ວລະບົບຂອງສະພາກາແດງ”.

        ຂະບວນການ “ບຸນເຕັດແຫ່ງຄວາມເມດຕາປານີ” 2023 ເລີ່ມເຄື່ອນໄຫວແຕ່ວັນທີ 01 ມັງກອນ 2023 ຮອດວັນທີ 16 ມັງກອນ 2023, ດ້ວຍຍອດມູນຄ່າການເຄື່ອນໄຫວຄາດວ່າບັນລຸ 600 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ