ລາຍການ “ນ້ຳໃຈມິດຕະພາບໃນອາຊຽນ: ຫວຽດນາມ - ຟິລິບປີນ”
ລາຍການ “ນ້ຳໃຈມິດຕະພາບໃນອາຊຽນ: ຫວຽດນາມ - ຟິລິບປີນ”
(ພາບ: TTXVN)
(vovworld) - ຕອນຄ່ຳວັນທີ 26/10, ສະມາຄົມມິດຕະພາບຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ນະຄອນໂຮ່ຈິມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດງານພົບປະແລກປ່ຽນວັດທະນະທຳສິລະປະ ດ້ວຍຫົວຂໍ້ “ນ້ຳໃຈມິດຕະພາບໃນອາຊຽນ: ຫວຽດນາມ - ຟີລິບປີນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ຟິລິບປີນ (1976 - 2016). ກ່າວຄຳເຫັນທີ່ພິທີ, ທ່ານນາງ ຟານທິ້ຮົ່ງຊວນ, ປະທານສະມາຄົມມິດຕະພາບຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ນະຄອນໄດ້ໃຫ້ການຕ້ອນຮັບບັນດາການນຳຂັ້ນສູງຂອງ ຟິລິບປີນ ມາຢ້ຽມຢາມ, ສົ່ງເສີມການລົງທຶນ, ພົບປະແລກປ່ຽນວັດທະນະທຳ, ການສຶກສາ. ນະຄອນໂຮ່ຈິມິນ ແລະ ຟິລິບປີນ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດຄື: ການບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ວັດທະນະທຳ… ທ່ານນາງ ຟານທິ້ຮົ່ງຊວນ ຫວັງວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ຍູ້ແຮງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນມາຢ້ຽມຢາມ, ຮ່ຳຮຽນ, ແບ່ງປັນບົດຮຽນໃນບັນດາຂົງເຂດເສດຖະກິດ, ການສຶກສາ, ບຳລຸງສ້າງ, ພົບປະແລກປ່ຽນວັດທະນະທຳສີລະປະ.