ລາຍ​ການ “ບຸນ​ເຕັດ​ຢູ່ເຂດ​ຊາຍ​ແດນ - ອຸ່ນ​ໃຈ​ປະ​ຊາ​ຊົນ​” ຢູ່​ແຂວງກວ໋າງ​ນາມ

(VOVWORLD) - ທ່ານນາງອະດີດຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ພ້ອມດ້ວຍການນຳແຂວງ ກວ໋າງນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ຕາແສງຊາຍແດນ ເມືອງ ນາມຢາງ, ແຂວງ ກວ໋າງນາມ.
ລາຍ​ການ “ບຸນ​ເຕັດ​ຢູ່ເຂດ​ຊາຍ​ແດນ - ອຸ່ນ​ໃຈ​ປະ​ຊາ​ຊົນ​” ຢູ່​ແຂວງກວ໋າງ​ນາມ - ảnh 1ທ່ານນາງອະດີດຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ມອບຂອງຂວັນ ແລະ ເຮືອນແຫ່ງສາຍຈິດມິດໃຈໃຫ້ປະຊາຊົນໃນບໍລິເວນຊາຍແດນແຂວງ ກວ໋າງນາມ (ພາບ: baoquangnam.vn)

  ຕອນບ່າຍວັນທີ 23 ມັງກອນ, ທ່ານນາງອະດີດຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ພ້ອມດ້ວຍການນຳແຂວງ ກວ໋າງນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ຕາແສງຊາຍແດນ ເມືອງ ນາມຢາງ, ແຂວງ ກວ໋າງນາມ; ເຂົ້າຮ່ວມລາຍການ “ບຸນເຕັດຢູ່ເຂດຊາຍແດນ - ອຸ່ນໃຈປະຊາຊົນ” ໂດຍກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກວ໋າງນາມ ຈັດຂຶ້ນຢູ່ ຕາແສງ ດັກປຣິງ, ເມືອງ ນາມຢາງ.

        ທ່ານນາງ ອະດີດຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ໄດ້ມອບທຶນການສຶກສາຈຳນວນ 300 ທຶນໃຫ້ແກ່ເດັກປະສົບກັບຄວາມຫຍຸ້ງຍາກຢູ່ ຕາແສງ ດັກປຣິງ ແລະ ດັກເປີແຣ, ເມືອງ ນາມຢາງ, ແຂວງ ກວ໋າງນາມ, ລວມມູນຄ່າ 300 ລ້ານດົ່ງ; ມອບເຮືອນແຫ່ງສາຍຈິດມິດໃຈ 10 ຫຼັງ ໃຫ້ແກ່ປະຊາຊົນໃນບໍລິເວນຊາຍແດນແຂວງ ກວ໋າງນາມ, ລວມມູນຄ່າ 500 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ