ລາຍການດົນຕີປະສານສຽງ“ຂົວເຊື່ອມຕໍ່ສິລະປະ”ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະຕິວັດເດືອນຕຸລາລັດເຊຍ
(ພາບອີນເຕີແນັດ)
(vovworld) – ຕອນຄໍ່າວັນທີ 08/11, ສູນວິທະຍາສາດ ແລະ ວັດທະນະທຳລັດເຊຍ ປະຈຳຮ່າໂນ້ຍ ໄດ້ສົມທົບກັບວົງດົນຕີ Sankt Petreburg, ສະຫະພັນລັດເຊຍ ຈັດຕັ້ງລາຍການດົນຕີປະສານສຽງ “ຂົວເຊື່ອມຕໍ່ສິລະປະ” ເນື່ອງໃນໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນປະຕິວັດເດືອນຕຸລາລັດເຊຍ (07/11/1917 – 07/11/2015). ບັນດາບົດດົນຕີມ່ວນທີ່ສຸດຂອງພື້ນຖານດົນຕີກລາສິກໂລກໄດ້ຮັບການຄັດເລືອກ ແລະ ສະແດງຢູ່ສູນວິທະຍາສາດ ແລະ ວັດທະນະທຳລັດເຊຍ ປະຈຳຮ່າໂນ້ຍ. ບັນດາບົດດົນຕີດັ່ງກ່າວໂດຍນັກສິລະປິນທີ່ມີຊື່ສຽງ 2 ຄົນຂອງລັດເຊຍ ສະແດງນັ້ນແມ່ນ Nikolay Stranatkovsky ແລະ ນັກສິລະປິນ Vladislav Fodorov. ນັກສິລະປິນ 2 ຄົນນີ້ເຄີຍຍາດໄດ້ລາງວັນທີ່ການເສັງດົນຕີຕ່າງໆຂອງລັດເຊຍ ແລະ ສາກົນ.