(ພາບປະກອບ:sukientrongnuoc.vn)
(vovworld)- ສູນຈັດຕັ້ງການສະແດງສິລະປະ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໃຫ້ຮູ້ວ່າ: ລາຍການດົນຕີປະສານສຽງ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ອີຕາລີ ຈະດຳເນີນໄປຢູ່ໂຮງລະຄອນໃຫ່ຍຮ່າໂນ້ຍ ໃນວັນທີ 21/3 ຈະມາເຖິງ. ວົງດົນຕີປະສານສຽງ I Solisti Veneti ທີ່ມີຊື່ສຽງຂອງອີຕາລີ ຈະສະແດງໃນຄືນດຽວ ເພື່ອຂ່ຳນັບຊົມເຊີຍ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ອີຕາລີ. I Solisti Veneti ແມ່ນວົງດົນຕີປະສານສຽງທີ່ມີຊື່ສຽງກ່ວາໝູ່ຢູ່ອີຕາລີ ແລະ ສາກົນ ຊື່ງໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 1959. ໃນຕະະຫຼອດ 55 ປີແຫ່ງການເຄື່ອນໄຫວ, I Solisti Veneti ໄດ້ນຳດົນຕີອີຕາລີ ອອກສູ່ໂລກ ແລະ ໄດ້ສະແດງດົນຕີປະສານສຽງກ່ວາ 5000 ຄັ້ງ ຢູ້ເກືອບ 90 ປະເທດ.