(vovworld)- ຕອນຄຳ່ວັນທີ 8/5 ຢູ່ ສວນສາທາລະນະ ບຽນດົງ(ທະເລຕາເວັນອອກ), ນະຄອນ ດາຫນັງ ແລະ ເມືອງເກາະ ຫລີເຊີນ, ແຂວງ ກວ໋າງຫງາຍ ໄດ້ດຳເນີນລາຍການຖ່າຍທອດສົດ“ປະເທດຊາດສັງເກດຈາກທະເລ. ລາຍການດັ່ງກ່າວໂດຍກອງບັນຊາການຕຳຫລວດທະເລ, ຄະນະກຳມະການປະຊາຊົນ ນະຄອນ ດາຫນັງ, ຄະນະກຳມະການປະຊາຊົນແຂວງ ກວ໋າງຫງາຍ ແລະ ໂທລະພາບຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ. ນີ້ແມ່ນຫນຶ່ງໃນບັນດາລາຍການຈຸດສຸມ ໃນບັ້ນໂຄສະນາກ່ຽວກັບອະທິປະໄຕເຂດທະເລ,ໝູ່ເກາະ. ລາຍການໄດ້ນຳມາເຊິ່ງຄວາມຮູ້ໂດຍສັງເຂບກ່ຽວກັບການຕໍ່ສູ້ຂອງຫວຽດນາມ ໃນໄລຍະກວ່າ 1 ເດືອນຜ່ານມາ ນັບແຕ່ເມື່ອ ຝ່າຍຈີນ ຕັ້ງຮ້ານເຈາະນ້ຳມັນໄຮ່ຢາງ 981 ຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ. ອ້າຍ ດີງກີມຖາວ, ຫນຶ່ງໃນບັນດາຜູ້ເຂົ້າຮ່ວມລາຍການດັ່ງກ່າວໃຫ້ຮູ້ວ່າ:
“ເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ ແມ່ນການກະທຳທີ່ຜິດພາດ, ລະເມີດສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ພວກເຮົາຢືນຢັນວ່າ: ການຕໍ່ສູ້ຂອງພວກເຮົາແມ່ນຄວາມເປັນທຳ, ຈາກນັນ ປຸກລຸກທຸກຄົນມີເຈດຈຳນົງຕັດສິນໃຈຕໍ່ສູ້, ທວງໃຫ້ຝ່າຍຈີນຕ້ອງຖອນຮ້ານເຈາະນ້ຳມັນອອກຈາກເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ. ພວກເຮົາເຊື່ອໝັ້ນວ່າຈະຍາດໄຊຊະນະຢ່າງແນ່ນອນ.”