ລາຍການພົບປະແລກ ປ່ຽນ“ປະເທດຊາດເອີ້ນ ຊື່ຂອງຕົນ“
(ພາບ: http://dangcongsan.vn/)
(vovworld) – ທີ່ລາຍການພົບປະແລກປ່ຽນ “ປະເທດຊາດເອີ້ນຊື່ຂອງຕົນ“ ຈັດຂຶ້ນໃນຕອນຄ່ຳວັນທີ 23/6, ຢູ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ຮັບຟັງການແບ່ງປັນຂອງຊາວໜຸ່ມຜູ້ທີ່ຫາກໍ່ກັບມາຈາກທະເລ; ນັ້ນແມ່ນເລື່ອງລາວຂອງບັນດານັກຂ່າວທີ່ຫາກໍ່ກັບມາພາຍຫຼັງ 25 ວັນ ແລະ ຄືນເຮັດວຽກຢູ່ກຳປັ່ນກວດກາການປະມົງປະຕິບັດກົດໝາຍໃນເຂດທະເລຮ່ວາງຊາ, ນັ້ນແມ່ນເລື່ອງລາວກ່ຽວກັບນ້ຳໃຈຂອງປະຊາຊົນ, ຂອງຊາວໜຸ່ມຢູ່ເຂດໝູ່ເກາະຂອງປະເທດຊາດ. ນະທີ່ນີ້, ທ່ານ ດຣ ເຈິ່ນກົງຈຸກ, ອະດີດຫົວໜ້າຄະນະຊາຍແດນລັດຖະບານ ໃຫ້ຂ່າວກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະ ຫາງສຽງພາຍໃນ ແລະ ຕ່າງປະເທດສຳລັບບັນຫາທະເລຕາເວັນອອກຂອງຫວຽດນາມ. ຜ່ານນັ້ນໄດ້ກຳນົດແນວຄິດ, ສົ່ງສານກ່ຽວກັບນ້ຳໃຈຮັກຊາດຢ່າງຖືກຕ້ອງ, ປະຕິບັດກົດໝາຍຫວຽດນາມ ແລະ ກົດໝາຍສາກົນ, ສອດຄ່ອງກັບທາດແທ້ຮັກຫອມສັນຕິພາບຂອງຊາວຫວຽດນາມ ໃຫ້ແກ່ຊາວໜຸ່ມ, ສະມາຊິກຄະນະຊາວໜຸ່ມ. ແລະ ກໍ່ໃນລາຍການພົບປະແລກປ່ຽນ, ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ປຸກລະດົມລາຍການເຄືອ່ນໄຫວ “ໄວໜຸ່ມປະຈັນບານ, ມີຫົວຄິດປະດິດສ້າງ, ສ້າງສາ ແລະ ປົກປັກຮັກສາທະເລໝູ່ເກາະຂອງບ້ານເກີດເມືອງນອນ, ເຂດຊາຍແດນຂອງປະເທດຊາດ“./.