( vovworld ) - ຕອນຄໍ່າວັນທີ 2/3 ຢູ່ນະຄອນໂຮ່ຈິມິນ ໄດ້ຈັດລາຍການໂທລະພາບຖ່າຍທອດສົດທີ່ມີຫົວຂໍ້ “ ລະດູບານໃໝ່ມຸ້ງໄປສູ່ເຂດພູສູງ ຮ່າຢາງ ”, ທີ່ການພົບປະແລກປ່ຽນ ຄະນະຈັດຕັ້ງລາຍການ “ ລະດູບານໃໝ່ມຸ້ງໄປສູ່ເຂດພູສູງ ຮ່າຢາງ ” ໄດ້ຍ້ອງຍໍຜູ້ທີ່ດີເດັ່ນໃນບັນດາຂົງເຂດຄື; ປ້ອງກັນຊາຍແດນ, ການສຶກສາ, ສັງຄົມ, ຊົນເຜົ່າແຂວງ ຮ່າຢາງ. ຕາມຄະນະຈັດຕັ້ງແລ້ວ, ມີວິສາຫະກິດກວ່າ 300 ຫົວໜ່ວຍ, ສ່ວນບຸກຄົນພາຍໃນ ແລະ ຕ່າງປະເທດສະໜັບສະໜູນກອງທຶນດ້ວຍຈຳນວນເງິນກວ່າ 125 ຕື້ດົງ, ປະກອບສ່ວນຊ່ວຍໃຫ້ປະຊາຊົນແຂວງ ຮ່າຢາງ ຫຼຸດຜົ້ນອອກຈາກຄວາມທຸກຍາກ, ຮັບປະກັນຊີວິດການເປັນຢູ່, ປົກປັກຮັກສາອະທິປະໄຕເສັ້ນຊາຍແດນຂອງປະເທດຊາດ. ຢູ່ທີ່ລາຍການ, ທ່ານ ແສ່ນ ຈິນ ລີ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໄດ້ເວົ້າວ່າ.
“ ຮ່າຢາງ ແມ່ນແຂວງທີ່ມີຄວາມຫຍຸ້ງຍາກເປັນພິເສດຂອງປະເທດຊາດ. ອາດເວົ້າໄດ້ວ່າ ປະຊາຊົນຊົນເຜົ່າແຂວງ ຮ່າຢາງ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ. ຫວັງວ່າຜ່ານລາຍການນີ້ ຈະສ້າງກອງທຶນເພື່ອກໍ່ສ້າງບັນດາກິດຈະກຳທີ່ຊ່ວຍໃຫ້ປະຊາຊົນຢູ່ໃກ້ສິດຕິດພັນກັບຊາຍແດນ ປົກປັກຮັກສາຄວາມສະຫງົບປອດໄພຢູ່ເຂດຊາຍແດນທາງທິດເໜືອສຸດຂອງປະເທດຊາດ.”