ລາຍການພົວພັນແລກປ່ຽນສິລະປະ“ລະດູບານໃຫມ່ເຈື່ອງຊາ”ປີ 2014
(vovworld)- ຕອນຄ່ຳວັນທີ 8/3, ສື່ເອເລັກໂຕນິກພັກກອມມູນິດ ຫວຽດນາມ, ໂທລະພາບຫວຽດນາມ ແລະ ເຫລົ່າທັບເຮືອຫວຽດນາມ ສົມທົບກັນຈັດຕັ້ງລາຍການພົວພັນແລກປ່ຽນສິລະປະ“ລະດູບານໃຫມ່ເຈື່ອງຊາ”ປີ 2014. ທ່ານນາງ ຕອງທິຟອງ, ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມລາຍການ. ລາຍການດັ່ງກ່າວຖືກຈັດຂຶ້ນເພື່ອສືບຕໍ່ໂຄສະນາ, ຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນວັນນະກ່ຽວກັບບົດບາດຂອງອະທິປະໄຕທະເລໝູ່ເກາະ, ປະກອບສ່ວນສະແດງໃຫ້ເຫັນອາລົມຈິດຂອງປະຊາຊົນຢູ່ເຂດດິນຕໍ່ແຜ່ນກັບບັນດານັກຮົບ ແລະ ປະຊາຊົນຢູ່ເກາະເຈື່ອງຊາ.