ລາຍການສິລະປະ” ນະຄອນຫຼວງຮ່າໂນ້ຍໃນຈິດໃຈຂອງຜູ້ຢູ່ແດນໄກ” ຈະຖືກໄຂຂຶ້ນໃນອາທິດນີ້

(VOVWORLD) -ລາຍການສິລະປະ “ນະຄອນຫຼວງຮ່າໂນ້ຍໃນຈິດໃຈຂອງຜູ້ຢູ່ແດນໄກ” ຈະຖືກໄຂຂຶ້ນໃນອາທິດນີ້. ນີ້ແມ່ນຂ່າວຄາວຖືກຍົກອອກມາທີ່ການປະຊຸມຂ່າວເມື່ອຕອນບ່າຍວັນທີ 12 ສິງຫາ ຢູ່ຮ່າໂນ້ຍ
ລາຍການສິລະປະ” ນະຄອນຫຼວງຮ່າໂນ້ຍໃນຈິດໃຈຂອງຜູ້ຢູ່ແດນໄກ” ຈະຖືກໄຂຂຶ້ນໃນອາທິດນີ້ - ảnh 1 ທ່ານຝ້າມຢາເຫົ້າ ປະທານ ສະມາຄົມສິລະປະວັດທະນະທຳຫວຽດນາມປະຈຳ ສ.ເຊັກໂກ 

ລາຍການສິລະປະ “ນະຄອນຫຼວງຮ່າໂນ້ຍໃນຈິດໃຈຂອງຜູ້ຢູ່ແດນໄກ” ໄດ້ຮັບການປົກປ້ອງຈາກຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ພະແນກວັດທະນະທຳ ກິລາ ແລະທ່ອງທ່ຽວຮ່າໂນ້ຍ, ສະຫະສະມາຄົມຊາວຫວຽດນາມຢູ່ເອີລົບ ແລະ ສະມາຄົມຊາວຫວຽດນາມອາໄສຢູ່ ສ. ເຊັກໂກ. ລາຍການແມ່ນໂອກາດເພື່ອຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ວົງການສິລະປີນ ໄດ້ພົບປະແລກປ່ຽນ, ມີຄວາມຮັກຮ່າໂນ້ຍຕື່ມອີກ. ທ່ານຝ້າມຢາເຫົ້າ ປະທານ ສະມາຄົມສິລະປະວັດທະນະທຳຫວຽດນາມປະຈຳ ສ.ເຊັກໂກ ໃຫ້ຮູ້ວ່າ :

    “ ຈຸດພິເສດໃນລາຍການຄັ້ງນີ້ ແມ່ນຄະນະຈັດຕັ້ງ ພ້ອມດ້ວຍການຫນູນ ຊ່ວຍຈາກໂຮງລະຄອນແຈ່ວຮ່າໂນ້ຍ ໄດ້ສັບຊ້ອນໃຫ້ອ້າຍບ່າວທີ່ພໍ່ແມ່ນຊາວຮ່າໂນ້ຍ ແລະ ແມ່ແມ່ນຊາວເຊັກໂກ ໄດ້ກັບຄືນສູ່ຄຸ້ມຖະຫນົນເກົ່າ, ຕະຫຼາດດົງຊວນ, ພ້ອມກັບບັນດານັກສິລະປີນຂັບແຈ່ວ ຂັບຮ້ອງບັນດາທຳນອງຂັບສຳຢູ່ຄຸ້ມຖະໜົນເກົ່າ 36 ສາຍ ”

ຕອບກັບ

ຂ່າວ/ບົດ​ອື່ນ