(vovworld) - ຕອນຄຳ່ວັນທີ 13/1, ຢູ່ ຮ່າໂນ້ຍ, ໄດ້ດຳເນີນລາຍການສະແດງສິລະປະທີ່ມີຫົວຂໍ້ວ່າ “ສຽງເພງມິດຕະພາບຫວຽດນາມ - ໄທ” ເນື່ອງໃນໂອກາດຕ້ອນຮັບລະດູບານໃໝ່ປີມະເສງ 2013 ແລະ ສະເຫຼີມສະຫຼອງ ວັນເກີດຂອງ ປຣະບາດສົມເດັດ ບຸນມີບົນອັບດູນຍະເດດ ຄົບຮອບ 85ປີ. ລາຍການໂດຍສະມາຄົມມິດຕະພາບຫວຽດນາມ - ໄທ ນະຄອນ ໂຮ່ຈີມິນ, ໂຮງລະຄອນສິລະປະດົນຕີ ຫວຽດນາມ ສົມທົບກັບສະຖານທູດ ລາຊະອານາຈັກ ໄທ ປະຈຳຫວຽດນາມ ຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນຫວຽດນາມ - ໄທ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດ ໃຫ້ນັບມື້ນັບພັດທະນາກ່ວາອີກ. ກ່າວຄຳເຫັນເປີດລາຍການ, ທ່ານ ອານຸສົນ ຈິນວັນໂນ,ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ໄທ ປະຈຳຫວຽດນາມ ໄດ້ເນັ້ນໜັກເຖິງເລື່ອງພັດທະນາສາຍພົວພັນທີ່ສະໜິດຕິດພັນລະຫວ່າງ ໄທ ແລະ ຫວຽດນາມ, ພິເສດແມ່ນການພົວພັນລະຫວ່າງ ປະຊາຊົນ 2 ປະເທດຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ:
ເທບສຽງທ່ານ ອານຸສົນ ຈິນວັນໂນ
ລາຍການໄດ້ດຶງດູດຄວາມສົນໃຈຂອງປະຊາຊົນຫວຽດນາມ ເປັນຈຳນວນຫຼວງຫຼາຍ, ບັນດາລາຍການສະແດງທີ່ດູດດື່ມຂອງ ໄທ ໄດ້ຊ່ວຍໃຫ້ຊາວຫວຽດນາມ ເຂົ້າໃຈຕື່ມອີກ່ຽວກັບພື້ນຖານວັດທະນະທຳ ທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດຂອງປະເທດແຫ່ງວັດວາອາຮາມ ນີ້.