ລາຍການສິລະປະເພື່ອການກຸສົນສະຫງວນໃຫ້ແກ່ເດັກທີ່ປະສົບກັບຄວາມຫຍຸ້ງຍາກທີ່ມີຊື່ວ່າວ່າ “ ນຳລະດູບານໃໝ່ຂອງນ້ອງ ” ຄັ້ງທີ 4 ຖືກດຳເນີນໃນຕອນຄໍ່າວັນທີ 14 ມັງກອນຢູ່ ຮາ່ໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ປະທານສະພາກອງທຶນຊ່ວຍເຫຼືອເດັກ ຫວຽດນາມ ໄດ້ເນັ້ນໜັກວ່າ ໃນຊຸມປີທີ່ຜ່ານມາ, ດ້ວຍການຊ່ວຍເຫຼືອຈາກຜູ້ໃຈບຸນໃຈກຸສົນທັງຢູ່ພາຍໃນ ແລະ ຕ່າງປະເທດຜ່ານກອງທຶນຊ່ວຍເຫຼືອເດັກ ຫວຽດນາມ ນັ້ນ, ເດັກນ້ອຍນັບລ້ານຄົນໄດ້ຮັບການຜ່າຕັດຕາ, ຜ່າຕັດຫົວໃຈ ໄດ້ຮັບທຶນສຶກສາ, ໄດ້ຮັບຜົນປະໂຫຍດຈາກໂຄງການນ້ຳສະອາດ ແລະ ກໍ່ສ້າງໂຮງຮຽນ. ພິເສດ, ຜ່ານລາຍການດື່ມນ້ຳນົມ “ ເພື່ອບື່ນຕົວຂື້ນສູງ ” ມີເດັກນ້ອຍນັບລ້ານຄົນໄດ້ດື່ນນ້ຳນົມໂດຍບໍ່ເສຍຄ່າ, ປະກອບສ່ວນຍົກລ່ວງສູງ ແລະ ພູມປັນຍາ ໃຫ້ແກ່ໄວໜຸ່ມຫວຽດນາມ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານໃຫ້ຮູ້ວ່າ.
“ຂ້າພະເຈົ້າມີຄວາມເບີກບານໃຈເພາະນ້ຳໃຈຮັກແພງມະນຸດຂອງພວກເຮົາໄດ້ຖືກເປີດກວ້າງສູ່ທຸກໆແຖບຖີ່ນໃນທົ່ວປະເທດ. ຍ້ອນເຫດນີ້, ໄດ້ນຳຮ່ອຍຍິ້ມ ແລະ ແສງສະຫວ່າງມາສູ່ເດັກນ້ອຍຫຼາຍໆຄົນ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍຂອບອົກຂອບໃຈບັນດາຜູ້ທີ່ມີຈິດໃຈໂອບອອ້ມອາລີ, ບັນດານັກອຸປະຖຳທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ຮ່ວມເດີນທາງພ້ອມກັບລາຍການໃນຕະຫຼອດ 20 ກວ່າປີທີ່ຜ່ານມາ ”
ເນື່ອງໃນໂອກາດນີ້, ທາງກອງທຶນໄດ້ຮັບເງິນຊ່ວຍເຫຼືອກວ່າ 25 ຕື້ດົງຈາກ 100 ກວ່າ ອົງການ, ຫົວໜ່ວຍ, ວິສາຫະກິດ, ສ່ວນບຸກຄົນພາຍໃນ ແລະ ຕ່າງປະເທດ. ທ່ານນາງຮອງປະທານປະເທດກໍ່ມອບຂອງຂວັນ 30 ພຸດ ໃຫ້ແກ່ພວກເດັກທຸກຍາກ, ເດັກກຳພ້າກຳພອຍທີ່ມາຈາກແຂວງ ວິງຟຸ໋ກ ແລະ ບັກຢາງ.