ລາຍການສິລະປະທົ່ວໂລກເພື່ອໜູນຊ່ວຍນັກສິລະປະຫວຽດນາມ

ລາຍການສິລະປະທົ່ວໂລກເພື່ອໜູນຊ່ວຍນັກສິລະປະຫວຽດນາມ - ảnh 1
(ພາບ: ເຍົາວະຊົນ)

(vovworld) - ລາຍການ​ສິລະ​ປະ​ທົ່ວ​ໂລກ “Global Eye“ ຈະ​ດຳ​ເນີນ​ຢູ່​ຫວຽດນາມ ​ເພື່ອໜູນ​ຊ່ວຍ​ນັກ​ສິລະ​ປະຍຸກ​ປະຈຸ​ບັນ​ດ້ວຍບັນດາຮູບ​ການ​ສິລະ​ປະ​ໃໝ່. ​ໃນ​ຂອບ​ເຂດ​ຂອງ​ລາຍການ​ຈະ​ມີ​ງານ​ວາງສະ​ແດງ “Vietnam Eye “, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນຢູ່ ຮ່າ​ໂນ້ຍ​ໃນ​ເດືອນ 11/2016-02/2017, ຫຼັງ​ຈາກ​ນັ້ນ​ຈະ​ສືບ​ຕໍ່​ວາງສະ​ແດງ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ນອກຈາກ​ງານ​ວາງສະ​ແດງ, ຄະນະ​ຈັດຕັ້ງຈະເລືອກເອົານັກສິລະປະ ທີ່ດີເດັ່ນ ຍຸກປະຈຸບັນຂອງຫວຽດນາມ 75 ຄົນ ເພື່ອແນະນຳໃນປື້ມ ທີ່ມີຊື່ວ່າ “AIA Vietnam Eye“ ​ໃນ​ເດືອນ 11/2016. ນອກ​ນັ້ນ ຈະ​ມີ​ບົດ​ປະພັນ​ຂອງ​ນັກ​ສິລະ​ປະ​ຫວຽດນາມຫຼາຍ​ບົດ ຖືກ​ເລືອກ​ເຟັ້ນ​ເພື່ອ​ນຳ​ໄປ​ວາງສະ​ແດງ​ຢູ່ Saatchi (ລອນ​ດອນ, ​ແຫ່ງ​ລາຊະ​ອານາຈັກ ອັງກິດ) ​ໃນ​ເດືອນ 9/2017. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປະ​ຫວຽດນາມ​ສະ​ແດງ​ຄວາມ​ສາມາດ, ​ແລະ ສົ່ງ​ບົດ​ປະພັນ​ອອກ​ຕ່າງປະ​ເທດ ກໍ່​ຄື​ພົບ​ປະ​ກັບ​ບັນດາ​ນັກ​ສິລະ​ປະ​ໂລກ.

 

ຂ່າວ/ບົດ​ອື່ນ