ລາຍການສິລະປະເພື່ອສະແດງຄວາມຮູ້ບຸນຄຸນຕໍ່ ນັກຮົບເສຍສະຫຼະຊີວິດເພື່ອຊາດ
ລາຍການສິລະປະເພື່ອສະແດງຄວາມຮູ້ບຸນຄຸນຕໍ່ ນັກຮົບເສຍສະຫຼະ ຊີວິດເພື່ອຊາດ |
(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2016) ຕອນຄ່ຳ ວັນທີ 22/7, ຢູ່ຮ່າໂນ້ຍ, ສະມາຄົມໜູນຊ່ວຍຄອບຄົວ ນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ສົມທົບກັບບໍລິສັດຫຸ້ນສ່ວນສາກົນ IMC ຫວຽດນາມ ຈັດລາຍການພົບປະແລກປ່ຽນສະແດງສິລະປະ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ ນັກຮົບເສຍສະຫຼະຊີວິດເພື່ອຊາດດ້ວຍຫົວຂໍ້ “ ມອບຊື່ໃຫ້ອ້າຍຄືນ ” . ລາຍການແມ່ນການເຄື່ອນໄຫວປະຈຳປີຂອງສະມາຄົມເນື່ອງໃນໂອກາດ ສະເຫຼີມສະຫຼອງ 69 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ, ແນໃສ່ສະແດງຄວາມຮູ້ບຸນຄຸນ, ເຊີດຊູບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມວິລະຊົນ, ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີການປະກອບສ່ວນຢ່າງຕັ້ງໜ້າພ້ອມກັບສະມາຄົມໃນການເຄື່ອນໄຫວ “ ຕອບບຸນແທນຄຸນ”