ລາຍການສະແດງສິລະປະທີ່ເປັນເອກະລັກ “ທຳນອງປະເທດຊາດ” ສະຫງວນໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ
(VOVWORLD) - ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ ຫາກໍດຳເນີນລາຍການສະແດງສິລະປະສັງລວມ ດ້ວຍຫົວຂໍ້ “ທຳນອງປະເທດຊາດ”. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ແນໃສ່ຂ່ຳນັບຮັບຕ້ອນວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຄົບຮອບ 77 ປີ.
ລາຍການສະແດງສິລະປະ “ທຳນອງປະເທດຊາດ” |
ໂດຍປະຕິບັດຕາມຂໍ້ສະເໜີຂອງສະຖານທູດ ຫວຽດນາມ ປະຈຳ ລັດເຊຍ, ໄດ້ຮັບຄຳຊີ້ນຳ ແລະ ການອະນຸຍາດຈາກກະຊວງປ້ອງກັນປະເທດ, ທິມກອງວັດທະນະທຳການທະຫານ ເຂົ້າຮ່ວມ Army Games 2022 ໄດ້ສົມທົບກັບ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລັດເຊຍ ຈັດລາຍການສະແດງສິລະປະສັງລວມ “ທຳນອງປະເທດຊາດ”, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ທີ່ນັ້ນ. ທ່ານນາງ ດັ້ງໝີແຮ້ງ, ຮອງຫົວໜ້າພະແນກວັດທະນະທຳ, ສິລະປະວັນນະຄະດີ, ກົມໂຄສະນາອົບຮົມ - ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ໄດ້ແບ່ງປັນຄວາມໝາຍຂອງລາຍການສະແດງສິລະປະດັ່ງກ່າວວ່າ:
“ນີ້ແມ່ນລາຍການທີ່ມີຄວາມໝາຍຢ່າງເລິກເຊິ່ງ, ແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ທະຫານລຸງໂຮ່ ທີ່ມີຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລັດເຊຍ. ເພາະວ່າໃນຊຸມປີຜ່ານມາ, ເວລາພວກຂ້າພະເຈົ້າເຂົ້າຮ່ວມ Army Games ລ້ວນແຕ່ໄດ້ຮັບການປະກອບສ່ວນ, ຊ່ວຍເຫຼືອ, ແບ່ງປັນຈາກປະຊາຄົມສຳລັບກອງທັບປະຊາຊົນ ຫວຽດນາມ ໃນການປະຕິບັດໜ້າທີ່. ຂ້າພະເຈົ້າກໍຖືວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດຕິດພັນກັບນ້ຳໃຈລະຫວ່າງກອງທັບກັບປະຊາຊົນ, ລະຫວ່າງທະຫານກັບພໍ່ແມ່ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ຊາວ ຫວຽດນາມ ອາໄສຢູ່ ລັດເຊຍ ເວົ້າສະເພາະໃຫ້ແໜ້ນແຟ້ນຕື່ມອີກ. ດັ່ງນັ້ນ, ພວກຂ້າພະເຈົ້າໄດ້ເລືອກເອົາການຈັດລາຍການ, ເນື້ອໃນ ແລະ ຫົວຂໍ້ນີ້”.