ລາຍການສະແດງສິລະປະເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດນັກກະວີ ໂຕ໊ຫືວ ຄົບຮອບ 100 ປີ
(VOVWORLD) -ຕອນຄ່ຳວັນທີ 4 ຕຸລາ ຢູ່ຮ່າໂນ້ຍ, ຄະນະໂຄສະນາ, ສຶກສາສູນກາງ ສົມທົບກັບ ສະຖານີໂທລະພາບ ຫວຽດນາມ ຈັດຕັ້ງລາຍການສະແດງສິລະປະດົນຕີປະສານກະວີ ດ້ວຍຫົວຂໍ້ “ຂ້ອຍມີຄວາມຕື່ນຕົວຕໍ່ອຸດົມການປະຕິວັດແຕ່ຄາວນັ້ນ”.
(ພາບປະກອບ: VTV) |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດນັກກະວີ ໂຕ໊ຫືວ ຄົບຮອບ 100 ປີ (4/10/1920 – 4/10/2020), ຕອນຄ່ຳວັນທີ 4 ຕຸລາ ຢູ່ຮ່າໂນ້ຍ, ຄະນະໂຄສະນາ, ສຶກສາສູນກາງ ສົມທົບກັບ ສະຖານີໂທລະພາບ ຫວຽດນາມ ຈັດຕັ້ງລາຍການສະແດງສິລະປະດົນຕີປະສານກະວີ ດ້ວຍຫົວຂໍ້ “ຂ້ອຍມີຄວາມຕື່ນຕົວຕໍ່ອຸດົມການປະຕິວັດແຕ່ຄາວນັ້ນ”.
ໃນລາຍການ, ມີແຂກຖືກເຊີນຫຼາຍທ່ານ ໄດ້ແບ່ງປັນທັດສະນະ, ວິເຄາະກ່ຽວກັບຄຸນຄ່າໃນບົດກະວີຂອງນັກກະວີ ໂຕ໊ຫືວ. ລາຍການດັ່ງກ່າວ ຍັງມີການເຂົ້າຮ່ວມຂອງນັກສິລະປິນຫຼາຍຄົນທີ່ມາຈາກໂຮງລະຄອນຟ້ອນລຳທຳເພງ ກອງທັບ ອັນໄດ້ນໍາມາເຊິ່ງຄວາມຮູ້ສຶກ, ອາລົມຈິດຫຼາຍຢ່າງແກ່ຜູ້ຊົມໃນຕະຫຼອດລາຍການ.