ລາວ ກະກຽມໃຫ້ການ ສຳຫຼວດພົນລະເມືອງ
ກອງປະຊຸມປຶກສາຫາລືເພື່ອກະກຽມໃຫ້ແກ່ການ
ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ 4
(ພາບ: kpl.net.la)
(vovworld) – ວັນທີ 25/06, ຢູ່ນະຄອນຫຼວງວຽງຈັນ, ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ເປັນປະທານກອງປະຊຸມປຶກສາຫາລືເພື່ອກະກຽມໃຫ້ແກ່ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ 4, ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ລັດຖະບານ ແລະ ຜູ້ຕາງໜ້າບາງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.
ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ 4 ຈະດຳເນີນໄປໃນວັນທີ 01/03 ຮອດວັນທີ 07/03/2015. ໝາກຜົນຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 4 ຄາດວ່າຈະປະກາດໃນຕົ້ນປີ 2016. ຕາມຂໍ້ສັງເກດຂອງກົມສະຖິຕິລາວ ແລ້ວ, ພົນລະເມືອງປະເທດລາວ ຂຶ້ນເຖິງ 7 ລ້ານຄົນ, ເພີ່ມຂຶ້ນປະມານ 1 ລ້ານຄົນໃນໄລຍະ 10 ປີທີ່ຜ່ານມາ.