ລາວ ມອບຫຼຽນໄຊ, ຫຼຽນກາໃຫ້ແກ່ໝູ່ຄະນະ, ບຸກຄົນຢູ່ນະຄອນ ດ່າໜັງ

ລາວ ມອບຫຼຽນໄຊ, ຫຼຽນກາໃຫ້ແກ່ໝູ່ຄະນະ, ບຸກຄົນຢູ່ນະຄອນ ດ່າໜັງ - ảnh 1
ທ່ານ ຄຳ​ບຸ່ນ ດ້ວງ​ປັນຍາ ຕາງໜ້າໃຫ້ພັກ, ລັດ ລາວມອບຫຼຽນໄຊ, ຫຼຽນກາໃຫ້ 25 ໝູ່​ຄະນະ ​ແລະ ບຸກຄົນຂອງນະຄອນ ດ່າໜັງ
(ພາບ: QDND)

(vovworld) – ​​​ໃນ​ໂອກາດນີ້, ມີ 25 ໝູ່​ຄະນະ ​ແລະ ບຸກຄົນ​ຂອງ​ນະຄອນ​ໄດ້​ຮັບ​ຫຼຽນ​ໄຊ, ຫຼຽນ​ກາ​ຈາກ​ລັດຖະບານ​ ລາວ, ຮັບ​ຮູ້​ບັນດາ​ຜົນງານ​ດີ​ເດັ່ນ​ຂອງ​ໝູ່​ຄະນະ, ບຸກຄົນ​ຂອງ​ນະຄອນ ດ່າ​ໜັງ​ ​ໃນ​ການ​ເພີ່ມ​ພຸ​ນຄຸນ​ສ້າງສາ​ຍພົວພັນ​ມິດ​ຕະພາບ ລາວ - ຫວຽດນາມ ​ເວົ້າ​ລວມ, ​ແຂວງ ສາລະວັນ ​ແລະ ນະຄອນ ດ່າ​ໜັງ​ເວົ້າ​ສະ​ເພາະ. ທ່ານ ຄຳ​ບຸ່ນ ດ້ວງ​ປັນຍາ, ກຳມະກາ​ນສູນ​ກາງ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ, ​ເລຂາຄະນະ​ພັກ, ​ເຈົ້າ​ແຂວງ ສາລະ​ວັນ, ​ໃຫ້​ຮູ້​ວ່າ: “ພວກ​ຂ້າພະ​ເຈົ້າ​ສະ​ແດງ​ຄວາມຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ​ເຖິງຕໍ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ ແລະ ປະຊາຊົນນະຄອນ ດ່າ​ໜັງ ທີ່​ໄດ້​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ​ຕາ​ແສງ​ຂອງ​ແຂວງ ສາລະ​ວັນ. ມູນ​ເຊື້ອ​ອັນ​ດີງາມ, ການ​ພົວພັນ​ແບບ​ພິ​ເສດ ​ແລະ ນ້ຳ​ໃຈ​ມິດຕະພາບ​ທີ່​ບໍລິສຸດ​ຜຸດ​ຜ່ອງ​ນີ້​ໄດ້​ເຮັດ​​ໃຫ້​ປະຊາຊົນ 2 ​ແຂວງ ​ມີ​ຄວາມ​ເຊື້ອ​ໝັ້ນ​ໃນ​ການ​ພັດທະນາ​ກໍ່​ຄື​ອະນາຄົດ​ອັນສົດ​ໃສ​ຂອງ 2 ພັກພວກ​ເຮົາ.”

ຂ່າວ/ບົດ​ອື່ນ