(vovworld) - ໜັງສືພິມປະຊາຊົນ, ສຽງຂອງພັກປະຊາຊົນປະຕິວັດລາວ, ສະບັບອອກວັນທີ 20/2 ໄດ້ລົງພິມຄຳສັ່ງແນະນຳຂອງຄະນະເລຂາສູນກາງພັກປະຊາຊົນປະຕິວັດລາວ ກ່ຽວກັບການກະກຽມ ແລະ ຈັດຕັ້ງປີແຫ່ງຄວາມສາມັກຄີ, ມິດຕະພາບລາວ - ຫວຽດນາມ 2012. ຄຳສັ່ງໄດ້ຊີ້ແຈງວ່າ: ປີ 2012 ແມ່ນປີສະເຫຼີມສະຫຼອງ 2 ເຫດການມີຄວາມສຳຄັນຍິ່ງໃນການພົວພັນລະຫວ່າງ ລາວ - ຫວຽດນາມຄື: 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືລາວ - ຫວຽດນາມ (18/7/1977 – 18/7/ 2012) ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລາວ - ຫວຽດນາມ (5/9/1962 – 5/9/2012), ດັ່ງນັ້ນ, ກົມການເມືອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ໄດ້ເຫັນດີເປັນເອກະສັນຖືປີ 2012 ແມ່ນປີແຫ່ງຄວາມສາມັກຄີ, ມິດຕະພາບລາວ - ຫວຽດນາມ.
ຈຸດປະສົງຂອງປີແຫ່ງຄວາມສາມັກຄີ, ມິດຕະພາບລາວ - ຫວຽດນາມ ແມ່ນເພື່ອແນໃສ່ທົບທວນຄືນມູນເຊື້ອຂອງສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລາວ - ຫວຽດນາມ, ຍົກສູງແນວຄິດ ແລະ ປຸກລຸກສະຕິຄວາມຮູ້ຂອງພະນັກງານສະມາຊິກພັກແຕ່ລະຄົນ ແລະ ປະຊາຊົນແຕ່ລະປະເທດ, ພິເສດແມ່ນຖັນແຖວຊາວໜຸ່ມ, ເຍົາວະຊົນ ກ່ຽວກັບມູນເຊື້ອການພົວພັນສາມັກຄີ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດກໍຄືໄລຍະປົກປັກຮັກສາປະເທດຊາດ. 2 ປະເທດພ້ອມກັນຍືດໝັ້ນສືບຕໍ່ເສີມຂະຫຍາຍມູນເຊື້ອຂອງການພົວພັນສາມັກຄີທີ່ບໍລິສຸດຜຸດຜ່ອງ, ແລະຫາຍາກໃນການພົວພັນສາກົນລະຫວ່າງລາວ - ຫວຽດນາມ ໃນເງື່ອນໄຂໃໝ່.
ຄຳສັ່ງຮຽກຮ້ອງບັນດາກະຊວງ, ຂະແໜງການ, ອົງການສູນກາງ ແລະ ທ້ອງຖີ່ນຂອງລາວ ເພີ່ມທະວີ, ເປັນເຈົ້າການໃນໜ້າທີ່ປົກປັກຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຍົກສູງສະຕິລະວັງຕົວຕໍ່ບັນດາຖ້ອຍທຳນອງໂຄສະນາເສກສັນປັ້ນແຕ່ງ, ຫຼືບັນດາກົນອຸບາຍມ້າງທຳລາຍສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດລະຫວ່າງ ລາວ - ຫວຽດນາມ.