ລາວກາຍຕ້ອນຮັບນາມະຍົດນະຄອນວິລະຊົນ
ລາວກາຍຕ້ອນຮັບນາມະຍົດນະຄອນວິລະຊົນ
(ພາບ: baomoi)
(vovworld) – ຕອນຄໍ່າວັນທີ 31/10, ນະຄອນລາວກາຍ ໄດ້ຈັດພິທີສະເຫຼີມສະຫຼອງ 65 ປິແຫ່ງວັນສ້າງຕັ້ງອົງຄະນະພັກນະຄອນ (04/11/1950 – 04/11/2015) ຢ່າງສົມກຽດ. ທີ່ພິທີສະເຫຼີມສະຫຼອງ, ທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕາງໜ້າໃຫ້ພັກ, ລັດ ມອບຂໍ້ຕົກລົງຂອງປະທານປະເທດ ກ່ຽວກັບເລື່ອງມອບນາມມະຍົດວິລະຊົນແຮງງານໄລຍະປ່ຽນແປງໃໝ່. ໃຫ້ນະຄອນລາວກາຍ.ນີ້ແມ່ນຂອງຂວັນອັນສູງສົ່ງເຊິ່ງພັກ, ລັດ ຫວຽດນາມ ໄດ້ຮັບຮູ້ຄວາມມານະພະຍາຍາມຂອງທົ່ວອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນບໍລິເວນນະຄອນ, ພ້ອມທັງປຸກລະດົມກຳລັງໃຈ, ສົ່ງເສີມເພື່ອໃຫ້ນະຄອນລາວກາຍ ສືບຕໍ່ມີບັນດາບາດກ້າວພັດທະນາໃໝ່ໃນໄລຍະຈະມາເຖິງ.
ແຕ່ປີ 2005 ມາຮອດປະຈຸບັນ, ລະດັບເຕີບໂຕດ້ານເສດຖະກິດສະເລ່ຍຂອງນະຄອນບັນລຸເກືອບ 16,5%. ລະດັບເຕີບໂຕ GDP ສະເລ່ຍບັນລຸກວ່າ 14% ຕໍ່ປີ. ໂຄງປະກອບເສດຖະກິດໄດ້ຮັບການຫັນປ່ຽນຢ່າງຖືກທິດ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ - ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ວຽກງານການຕ່າງປະເທດໄດ້ຮັບການເປີດກວ້າງກວ່າອີກ.