ລາວກາຍ:ໄຂປີທ່ອງທ່ຽວແຫ່ງຊາດ2017

ລາວກາຍ:ໄຂປີທ່ອງທ່ຽວແຫ່ງຊາດ2017 - ảnh 1
         ພິ​ທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017 
ພາບ:baotintuc

 (vovworld)- ​ ຕອນ​ຄ່ຳ​ວັນ​ທີ 11/2 ຢູ່ ນະ​ຄອນ​ລາວ​ກາຍ ໄດ້​ດຳ​ເນີນ​ພິ​ທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017 ດ້ວຍ​ຫົວ​ຂ​ໍ້ “ສີ​ສັນ​ເຂ​ດ​ໄຕ​ບັກ”. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽນ​ວັນ​ບີງ, ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ(ຕາ​ເວັນ​ຕົກ​ສຽງ​ເຫນືອ)ໄດ້​ເນັ້ນ​ຫນັກ​ວ່າ: ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017 ຈະ​ປະ​ກອບ​ສ່ວນ​ເຊີດ​ຊູ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ, ໂຄ​ສະ​ນາ​ພາບ​ພົດ ແລະ ຊ່ວຍ​ໃຫ້​ໂລກ​ຮູ້​ຈັກ​ເຖິງ​ເຂດ​ໄຕ​ບັກ ຫວຽດ​ນາມ ຊື່ງ​ແມ່ນ​ເຂດ​ດິນ​ແດນ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ, ມີ​ທ່າ​ແຮງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ເຂດ​ໄຕ​ບັກ ແມ່ນ​ແຫ່ງ​ມີກວ່າ 30 ຊົນ​ເຜົ່າ​ອ້າຍ​ນ້ອງ​ດຳ​ລົງ​ຊີ​ວິດ​, ດ້ວຍ​ວັດ​ທະ​ນະ​ທຳ​ຫລາຍ​ຮູບ​ແບບ, ມີ​ທິ​ວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ລະ​ບົບ​ຊີ​ວະ​ສາດ​ອຸ​ດົມ​ສົມ​ບູນ. ທ່ານ ຫງວຽນ​ວັນ​ບີງ ກໍ​ຕ​ີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ ລາວ​ກາຍ​ເວົ້າ​ສະ​ເພາະ, ຂອງ​ບັນ​ດາ​ແຂວງ​ຢູ່​ເຂດ​ໄຕ​ບັກ ແລະ ຂອງ​ຫວຽດ​ນາມ ເວົ້າ​ລວມ ພ້ອມ​ທັງ​ສະ​ເຫນີ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສູນ​ກາງ, ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ທ້ອງ​ຖິ່ນ​ຄວນ​ສຸມ​ໃສ່​ຢ່າງ​ແຮງ, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ການ​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ.

        “ພວກ​ເຮົາ​ຈັດ​ຕັ້ງ​ພິ​ທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ, ເປ​ີດ​ສາກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ຄາດ​ໝາຍ​ສ້າງ​ຂະ​ແຫນງ​ທ່ອງ​ທ່ຽວ​ກາຍ​ເປັນ​ຂະ​ແຫນງ​ເສດ​ຖະ​ກິດ​ປາຍ​ແຫລມ​ຂອງ​ປະ​ເທດ​ຊາດ, ດ້ວຍ​ການ​ກະ​ທຳ​ແທດ​ຈິງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ, ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຂະ​ແຫນງ​ທ່ອງ​ທ່ຽວ​ເຂດ​ໄຕ​ບັກ ເວົ້າ​ສະ​ເພາະ ແລະ ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດ​ນາມ ເວົ້າ​ລວມ ຈະ​ມີ​ບາດ​ກ້າວ​ພັດ​ທະ​ນາ​ບຸກ​ທະ​ລຸ​ໃນ​ປີ 2017”

ພາຍ​ຫລັງ​ພິ​ທີ​ໄຂ ແມ່ນ​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະຂອບ​ຂະ​ຫນາດ​ໃຫຍ່ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິ​ລະ​ປິນ, ນັກ​ສະ​ແດງ ກວ່າ 600 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ